ຂ່າວສານ

ວິສາຫະກິດ ຫວຽດນາມ ແລະ ບັນຫາປະຕິບັດສິດຊັບສິນທາງປັນຍາ

      ວັນທີ 18 ເມສາ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສົມທົບກັບກົມຊັບສິນທາງປັນຍາ ແລະ ສະມາຄົມຊັບສິນທາງປັນຍາຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວເລື່ອງວ່າ “ວິສາຫະກິດ ຫວຽດນາມ  ແລະ ບັນຫາປະຕິບັດສິດຊັບສິນທາງປັນຍາຕາມຂໍ້ກຳນົດຂອງປະມວນກົດໝາຍອາຍາ (ສະບັບປັບປຸງ)”.

ທີ່ການໂອ້ລົມສົນທະນາ (ພາບ: kinhtedothi.vn)
      ການໂອ້ລົມສົນທະນາແມ່ນໂອກາດເພື່ອໃຫ້ບັນດາວິສາຫະກິດ, ບັນດານັກຄຸ້ມຄອງປຶກສາຫາລື ເພື່ອແນໃສ່ເຂົ້າໃຈແຈ້ງກ່ວາ ກ່ຽວກັບບັນດາບັນຫານິຕິທຳທີ່ກ່ຽວຂ້ອງເຖິງເລື່ອງປະຕິບັດສິດຊັບສິນທາງປັນຍາຕາມຂໍ້ກຳນົດສະບັບໃໝ່. ພ້ອມທັງ ຊ່ວຍໃຫ້ວິສາຫະກິດມີບັນດາມາດຕະການຈຳເປັນ ເພື່ອປົກປັກຮັກສາຂໍ້ມູນ, ສິດຊັບສິນທາງປັນຍາໃຫ້ປອດໄພ ແລະ ຫຼີກລ້ຽງຄວາມສ່ຽງຕໍ່ຄວາມຮັບຜິດຊອບທາງອາຍາ.
 (ແຫຼ່ງຄັດຈາກ VOV)


top