ຂ່າວສານ

ວິສາຫະກິດ ຫວຽດນາມ - ລາວ ຄວນເພີ່ມທະວີການຮ່ວມມື

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ.
(ນາຍົກລັດຖະມົນຕີທັງ 2 ທ່ານພົບປະກັບຜູ້ຕາງໜ້ານັກທຸລະກິດຂອງ 2 ປະເທດ)

ຕອນບ່າຍວັນທີ 10 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ແລະ ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ພົບປະກັບວິສາຫະກິດຂອງ 2 ປະເທດ.

        ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ຖືວ່າ, ລັດຖະບານ ແລະ ປະຊາຄົມວິສາຫະກິດ 2 ປະເທດໄດ້ມານະພະຍາຍາມຊຸກຍູ້ບັນດາການເຄື່ອນໄຫວຮ່ວມມືທາງດ້ານເສດຖະກິດ, ເຖິງຢ່າງໃດກໍ່ຕາມ, ໝາກຜົນແມ່ນຍັງບໍ່ທັນເໝາະສົມກັບການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດ. ທ່ານນາຍົກລັດຖະມົນຕີ ລາວ ປາດຖະໜາວ່າ ວິສາຫະກິດຂອງ 2 ປະເທດຍູ້ແຮງການຮ່ວມມື, ປະກອບສ່ວນເຂົ້າໃນການພັດທະນາຂອງແຕ່ລະປະເທດ.

        ສ່ວນທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຢືນຢັນວ່າ, ຍາມໃດລັດຖະບານ ຫວຽດນາມ ກໍ່ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ ຫວຽດນາມ ແລະ ລາວ ຮ່ວມມືດຳເນີນທຸລະກິດ; ສະເໜີໃຫ້ວິສາຫະກິດ ຫວຽດນາມ ເພີ່ມທະວີ ແລະ ເປີດກວ້າງການລົງທຶນຢູ່ ລາວ ຫຼາຍກວ່າ. ໃນຕໍ່ໜ້າ, ຕ້ອງຍູ້ແຮງການຍົກສູງປະສິດທິຜົນໝາກຜົນການຮ່ວມມືລົງທຶນ, ການຄ້າ, ຊ່ວຍເຫຼືອເຊິ່ງກັນແລະກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ ຍ້ອນຜົນກະທົບຈາກໂລກລະບາດໂຄວິດ-19. ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເນັ້ນໜັກວ່າ:

        “ຊຸກຍູ້ການເຕີບໂຕດ້ານການລົງທຶນ, ການຄ້າ ສູ້ຊົນບັນລຸລະດັບເຕີບໂຕສະຖຽນລະພາບແຕ່ 10% ຂຶ້ນໄປ ເມື່ອທຽບໃສ່ປີ 2021. ສ້າງຄວາມສະດວກກ່ຽວກັບບັນດາລະບຽບການໄປມາ ແລະ ຈໍລະຈອນສິນຄ້າຢູ່ບັນດາຄູດ່ານຊາຍແດນຂອງ 2 ປະເທດກວ່າອີກ; ຍູ້ໄວການເຊື່ອມຕໍ່ດ້ານຄົມມະນາຄົມລະຫວ່າງ 2 ປະເທດ. ໃນຕໍ່ໜ້າ, ສຸມແຫຼ່ງກຳລັງເພື່ອຄົ້ນຄວ້າການກໍ່ສ້າງ ແລະ ຍົກລະດັບເສັ້ນທາງເຊື່ອມຕໍ່ແນວເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ເຊື່ອມຕໍ່ບັນດາເຂດໃນໂຄງການພັດທະນາຄົມມະນາຄົມຂົນສົ່ງໃນບັນດາປະເທດອາຊຽນ; ໂຄງການກໍ່ສ້າງເສັ້ນທາງຄວາມໄວສູງ ຮ່າໂນ້ຍ - ນະຄອນຫຼວງວຽງຈັນ ແລະ ເສັ້ນທາງລົດໄຟ ນະຄອນຫຼວງ ວຽງຈັນ - ວູງອາງ; ຊຸກຍູ້ການຮ່ວມມືລົງທຶນທ່າກ່ຳປັ່ນ ວູງອາງ”.

        ຍາມໃດປະເທດ ລາວ ກໍ່ຢືນອັນດັບທີ 1 ໃນຈຳນວນ 78 ປະເທດ, ເຂດແຄ້ວນເຊິ່ງ ຫວຽດນາມ ລົງທຶນອອກສູ່ຕ່າງປະເທດ, ດ້ວຍ 209 ໂຄງການລົງທຶນ, ມີຍອດເງິນຈົດທະບຽນລົງທຶນ 5,1 ຕື້ USD. ຫວຽດນາມ ຢືນອັນດັບທີ 3 ໃນຈຳນວນບັນດາປະເທດທີ່ລົງທຶນຢູ່ ລາວ.

(ແຫຼ່ງຄັດຈາກ VOV)


top