ຂ່າວສານ

ວິສາຫະກິດ ຫວຽດນາມ ປາດຖະໜາຢາກຮ່ວມມືໃນການຫັນປ່ຽນສີຂຽວ, ດຳເນີນທຸລະກິດແບບຍືນຍົງ, ມີຄວາມຮັບຜິດຊອບ

ນະທີ່ນີ້, ການນຳບັນດາວິສາຫະກິດ ສະແດງຄວາມປາດຖະໜາຢາກໃຫ້ບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ສະໜອງຂໍ້ມູນຂ່າວສານກ່ຽວກັບການຕະຫຼາດ
  ເຫດການຈັດຂຶ້ນໃນວັນທີ 12 ເມສາ (ພາບ:VOV)  

“ວິສາຫະກິດ ຫວຽດນາມ ຢາກຮ່ວມມືໃນການຫັນປ່ຽນສີຂຽວ, ດຳເນີນທຸລະກິດແບບຍືນຍົງ, ມີຄວາມຮັບຜິດຊອບ”. ນີ້ແມ່ນຂໍ້ມູນໄດ້ຍົກອອກມາທີ່ການພົບປະລະຫວ່າງບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ອາຍຸການ 2023  2026 ກັບການນຳບັນດາສະມາຄົມ ແລະ ວິສາຫະກິດ, ໂດຍ ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ສົມທົບກັບກະຊວງການຕ່າງປະເທດ ຫວຽດນາມ ຈັດຂຶ້ນໃນຕອນບ່າຍວັນທີ 12 ເມສາ, ຢູ່ຮ່າໂນ້ຍ.

ນະທີ່ນີ້, ການນຳບັນດາວິສາຫະກິດ ສະແດງຄວາມປາດຖະໜາຢາກໃຫ້ບັນດາຫົວໜ້າອົງການຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ ສະໜອງຂໍ້ມູນຂ່າວສານກ່ຽວກັບການຕະຫຼາດ; ເຊື່ອມຕໍ່ ແລະ ແນະນຳບັນດາຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນ; ໜູນຊ່ວຍໃນການສົ່ງເສີມການຄ້າແຫ່ງຊາດ, ກໍ່ຄືຄາດຄະເນສະພາບການເສດຖະກິດສັງຄົມຢູ່ບັນດາປະເທດປະຈຳຖິ່ນ ຊ່ວຍໃຫ້ວິສາຫະກິດຊອກຫາບັນດາຄູ່ຮ່ວມມືຕື່ມອີກ. ທ່ານ ຟ້າມເຕີນກົງ, ປະທານ VCCI ໃຫ້ຮູ້ວ່າ:

“ເລີ່ມແຕ່ປີ 2023 ນີ້, VCCI ຈະຊ່ວຍໃຫ້ບັນດາທ້ອງຖິ່ນຈັດສົ່ງບັນດາຄະນະຜູ້ແທນທາງການໄປ ຍີ່ປຸ່ນ, ສ ເກົາຫຼີ, ໄຕ້ຫວັນ (ປະເທດຈີນ), ອາເມລິກາ… ຄະນະຈະມີການນຳ VCCI, ການນຳບັນດາທ້ອງຖິ່ນ, ບັນດາວິສາຫະກິດ ເພື່ອນຳມາໃຫ້ມີປະສິດທິຜົນໃນວຽກງານສົ່ງເສີມການລົງທຶນ. ກ່ອນທີ່ໄປ, ຈະສົມທົບກັບບັນດາອົງການຄູ່ຮ່ວມມືກັບປະເທດຕ່າງໆ, ກັບສະຖານທູດບັນດາປະເທດ. ດັ່ງນັ້ນ, ໄລຍະຈະມາເຖິງ ຫວັງວ່າ VCCI ແລະ ສະຖານທູດປະເທດຕ່າງໆຈະມີການຮ່ວມມືທີ່ບັນລຸປະສິດທິຜົນ”.


top