ຂ່າວສານ

ວິສາຫະກິດ ຫວຽດນາມ ຍູ້ແຮງເລື່ອງສຳພັດກັບພູມປັນຍາທຽມ

ກອງປະຊຸມສຳມະນາດ້ວຍຫົວຂໍ້: ພູນປັນຍາທຽມ (AI) ແລະ ໄຈ້ແຍກຂໍ້ມູນຮູບພາບ (data) - ຄວາມສາມາດບົ່ມຊ້ອນທີ່ຍັງບໍ່ທັນໄດ້ຂຸດຄົ້ນໃຫ້ແກ່ວິສາຫະກິດ.
  ທີ່ກອງປະຊຸມສຳມະນາ (ພາບ: diendandoanhnghiep.vn)  

 ຕອນເຊົ້າວັນທີ 01 ມີນາ, ສະຫະພັນການຄ້າ ແລະ ອຸດສາຫະກຳ ຫວຽດນາມ ສາຂານະຄອນ ໂຮ່ຈີມິນ (VCCI-HCM) ໄດ້ສົມທົບກັບວິສາຫະກິດເຕັກໂນໂລຊີບາງແຫ່ງ ຈັດກອງປະຊຸມສຳມະນາດ້ວຍຫົວຂໍ້: ພູນປັນຍາທຽມ (AI) ແລະ ໄຈ້ແຍກຂໍ້ມູນຮູບພາບ (data) - ຄວາມສາມາດບົ່ມຊ້ອນທີ່ຍັງບໍ່ທັນໄດ້ຂຸດຄົ້ນໃຫ້ແກ່ວິສາຫະກິດ. ພູມປັນຍາທຽມ ແລະ ແຫຼ່ງຂໍ້ມູນໃຫຍ່ (Big Data) ພວມແມ່ນກາລະໂອກາດ ກໍຄືເປັນສິ່ງທ້າທາຍໃຫ້ແກ່ວິສາຫະກິດໃນຍຸກສະໄໝອິນເຕີເນັດສັບພະສິ່ງ (IOT). ທ່ານ ເຈິ່ງຫງອກລຽມ, ຮອງຫົວໜ້າ VCCI-HCM, ຖືວ່າ:

ມີວິສາຫະກິດຫຼາຍແຫ່ງຍັງນຳໃຊ້ການສ້າງໂປຼແກຼມດ້ວຍມື ແທນທີ່ນຳໃຊ້ພູມປັນຍາທຽມໃນການແກ້ໄຂແຫຼ່ງຂໍ້ມູນ. ນີ້ແມ່ນວຽກງານທີ່ລຳບາກ, ເສຍເວລາ, ພາລະກອນຕ້ອງສ້າງແຫຼ່ງຂໍ້ມູນດ້ວຍມື ແລະ ເລື່ອງສ້າງແຫຼ່ງຂໍ້ມູນຄືແນວນີ້ແມ່ນຂາດລັກສະນະພາວະວິໄສ ແລະ ຄວາມຊັດເຈັນຂອງຂໍ້ມູນ ອັນໄດ້ສົ່ງຜົນສະທ້ອນຢ່າງໃຫຍ່ຫຼວງເຖິງການອອກຂໍ້ຕົກລົງ. ສະນັ້ນ, ເລື່ອງນຳໃຊ້ເຕັກໂນໂລຊີ AI ໃນການຄຸ້ມຄອງ ແລະ ຮັບເອົາແຫຼ່ງຂໍ້ມູນໂດຍໄວແມ່ນມີຄວາມຈຳເປັນທີ່ສຸດ”.



top