ຂ່າວສານ

ວິສາຫະກິດ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານຢູ່ ອິນເດຍ

      ວັນທີ 18 ມັງກອນ, ທີ່ສູນຕະຫລາດນັດວາງສະແດງ India Expo Mart, ລັດ Uttar Pradesh, ອິນເດຍ ໄດ້ດຳເນີນພິທີໄຂງານຕະຫລາດນັດເຄື່ອງອຸປະກອນໄຟຟ້າ ແລະ ພະລັງງານ Elecrama 2020. 
            ງານຕະຫລາດນັດປີນີ້ໄດ້ດຶງດູດວິສາຫະກິດ, ອົງການຈັດຕັ້ງກ່ວາ 1200 ແຫ່ງທີ່ມາຈາກ 60 ປະເທດ ແລະ ເຂດແຄ້ວນໃນໂລກເຂົ້າຮ່ວມ.

ວິສາຫະກິດ ຫວຽດນາມ ຊຸກຍູ້ການຮ່ວມມືໃນຂົງເຂດພະລັງງານຢູ່ ອິນເດຍ
      ຫ້ອງການຕາງໜ້າດ້ານການຄ້າ, ສະຖານທູດ ຫວຽດນາມ ປະຈຳ ອິນເດຍ ກໍໄດ້ຈັດຕັ້ງຮ້ານວາງສະແດງ ເພື່ອໜູນຊ່ວຍບັນດາວິສາຫະກິດ ຫວຽດນາມ ໂຄສະນາຜະລິດຕະພັນ ແລະ ພົບປະ, ແລກປ່ຽນ, ຊອກຫາກາລະໂອກາດດຳເນີນທຸລະກິດຢູ່ຕະຫລາດ ອິນເດຍ.
        Elecrama ແມ່ນງານຕະຫລາດນັດໂດຍລັດຖະບານ ອິນເດຍ ອຸປະຖຳ ຖືກຈັດຕັ້ງພັດປ່ຽນກັນຢູ່ບັນດານະຄອນໃຫຍ່ຂອງ ອິນເດຍ 2 ປີເທື່ອໜຶ່ງ. ງານຕະຫລາດນັດປີນີ້ ຈະແກ່ຍາວຮອດວັນທີ 22 ມັງກອນ 2020 ຈຶ່ງອັດລົງ.
 (ແຫຼ່ງຄັດຈາກ VOV)


top