ຂ່າວສານ

ວິສາຫະກິດ ຫວຽດນາມ ກັບຄືນສູ່ການຜະລິດ, ສົ່ງອອກເປັນປົກກະຕິໂດຍໄວ

ໄລ່ຮອດເດືອນຕຸລາ ປີ 2021, ວົງເງິນສົ່ງອອກສິນຄ້າຂອງຫວຽດນາມ ຄາດວ່າ ບັນລຸເກືອບ 268 ຕື້ USD, ເພີ່ມຂຶ້ນ 16,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ເດືອນ ຕຸລາ ປີ 2021, ວົງເງິນສົ່ງອອກຄາດວ່າບັນລຸກວ່າ 27 ຕື້ USD, ເພີ່ມຂຶ້ນ 1% ເມື່ອທຽບກັບເດືອນກ່ອນ ແລະ 0,3% ເມື່ອທຽບກັບໄລຍະດຽວກັນຂອງປີກາຍ. ນີ້ແມ່ນສັນຍານທີ່ປິຕິຊົມຊື່ນຂອງເສດຖະກິດ ແລະ ການຟື້ນຟູຢ່າງວ່ອງໄວຂອງປະຊາຄົມວິສາຫະກິດ ຫວຽດນາມ ໃນການຜະລິດ ແລະ ສົ່ງອອກ.

ພາບປະກອບ

ໃນ 10 ເດືອນຜ່ານມາ, ການເຄື່ອນໄຫວສົ່ງອອກ, ນຳເຂົ້າສິນຄ້າຂອງຫວຽດນາມ ຍັງຄົງບັນລຸການເຕີບໂຕໃນໄລຍະສັ້ນ ເຖິງວ່າ ຖືກປະສົບກັບຄວາມຫຍຸ້ງຍາກຈາກໂລກລະບາດໂຄວິດ 19 ກໍຕາມ. ຖ້າຫາກໃນ 4 ເດືອນຕົ້ນປີ, ພື້ນຖານເສດຖະກິດ ຫວຽດນາມ ໄດ້ມີການຟື້ນຟູຕັ້ງຫນ້າ ດ້ວຍບັນດາໝາກຜົນເປັນຫນ້າຮັບຮູ້: ການເຄື່ອນໄຫວຜະລິດອຸດສາຫະກຳບັນລຸການເຕີບໂຕດ້ວຍ 2 ຕົວເລກ (ກຳລັງຫນູນເຕີບໂຕຂອງພື້ນຖານເສດຖະກິດ ນັ້ນແມ່ນ ອຸດສາຫະກຳປຸງແຕ່ງ, ຜະລິດເພີ່ມຂຶ້ນ 12,7%)

ວົງເງິນສົ່ງອອກນຳເຂົ້າບັນລຸລະດັບເຕີບໂຕສູງສຸດເມື່ອທຽບໃສ່ໄລຍະດຽວກັນໃນຮອບເວລາ 10 ປີຜ່ານມາ - ດ້ວຍວົງເງິນສົ່ງອອກສິນຄ້າເພີ່ມຂຶ້ນເຖິງ 28,3% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ດຸ່ນການຄ້າໄລ່ລວມ 4 ເດືອນຕົ້ນປີຮັບຮູ້ວ່າ ການສົ່ງອອກເກີນດຸ່ນແມ່ນ 1,29 ຕື້ USD. ແຕ່ກ້າວເຂົ້າເດືອນພຶດສະພາ ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນຮອບທີ 4 ຢູ່ບາງວິສາຫະກິດໃນເຂດອຸດສາຫະກຳຂອງ ບັກຢາງ, ບັກນີງ ຊື່ງແມ່ນສອງທ້ອງຖິ່ນມີມູນຄ່າການຜະລິດອຸດສາຫະກຳໃຫຍ່ສຸດຂອງທົ່ວປະເທດ, ການເຄື່ອນໄຫວນຳເຂົ້າສົ່ງອອກຖືກຜົນສະທ້ອນຢ່າງຫນັກຫນ່ວງ.

ທ່ານ ເລແອງເຢືອງ, ປະທານ ຄະນະກຳມະການປະຊາຊົນ ແຂວງ ບັກຢາງ ໃຫ້ຮູ້ວ່າ:

ບັກຢາງ ເມື່ອປິດປະຕູ 4 ເຂດອຸດສາຫະກຳເພື່ອຕ້ານໂລກລະບາດ ກໍ່ໝາຍຄວາມວ່າຢຸດຕິການຜະລິດຂອງ 340 ວິສາຫະກິດ ດ້ວຍແຮງງານກວ່າ 140.000 ຄົນ. ກ່ອນທີ່ຈະປິດປະຕູ ພວກຂ້າພະເຈົ້າໄດ້ຈັດກອງປະຊຸມທາງໄກກັບວິສາຫະກິດທັງໝົດໃນ 4 ເຂດອຸດສາຫະກຳເພື່ອແຈ້ງໃຫ້ເຂົາເຈົ້າຮັບຊາບສະພາບການ ແລະ ປຶກສາຫາລືມາດຕະການຈັດຕັ້ງການຜະລິດຄືນໃຫມ່ໃນເງື່ອນໄຂມີໂລກລະບາດ ແລະ ທິດນຳຂອງ ບັກຢາງ ແມ່ນ ຕັດສິນໃຈເຊື່ອມຕໍ່ການຜະລິດຕາມມາດຕະການຜະລິດເພື່ອຮັບມືກັບໂລກລະບາດ, ດຳລົງຊີວິດຮ່ວມກັບໂລກລະບາດ.”

ໂລກລະບາດໂຄວິດ 19 ເກີດຂຶ້ນຮອບທີ 4 ໄດ້ສົ່ງຜົນກະທົບໂດຍກົງເຖິງເຂດເສດຖະກິດ ແລະ ປະຊາຄົມວິສາຫະກິດ. ເຖິງວ່າ ຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ແຕ່ຍ້ອນມີການສຸມກຳລັງເຫື່ອແຮງຂອງທຸກຂະແຫນງການ, ທຸກອາຊີບ, ທຸກຂົງເຂດ ດ້ວຍຄວາມມານະພະຍາຍາມຂອງທັງລະບົບການເມືອງ ແລະ ພື້ນຖານເສດຖະກິດ, ການເຄື່ອນໄຫວນຳເຂົ້າສົ່ງອອກໃນ 9 ເດືອນຜ່ານມາ ຍັງຄົງບັນລຸການເຕີບໂຕດ້ວຍ 2 ຕົວເລກ, ແມ່ນລະດັບສູງກວ່າຫລາຍເມື່ອທຽບໃສ່ລະດັບ 4-5% ຕາມແຜນການວາງອອກຂອງລັດຖະບານ ແລະ ສະພາແຫ່ງຊາດ. ທ່ານ ເຈີນກວັກແຄງ ຮອງລັດຖະມົນຕີກະຊວງອຸດສາຫະກຳ ການຄ້າຫວຽດນາມ ເນັ້ນຫນັກວ່າ:

 “ທີຫນຶ່ງ ແມ່ນຄວາມມານະພະຍາຍາມສູງສຸດເພື່ອຮັກສາການຜະລິດແລະສົ່ງອອກ. ຜົນງານພົ້ນເດັ່ນ  ນັ້ນແມ່ນ ພວກເຮົາຮັກສາໄດ້ຄວາມຄືບຫນ້າການຜະລິດ ແລະ ສົ່ງອອກຢູ່ພາກເຫນືອ ແລະ ພາກກາງ, ໃນນັ້ນ ມີບາງສູນສົ່ງອອກໃຫຍ່ຄື: ຢູ່ ບັກນີງ, ບັກຢາງ, ທາຍງວຽນ. ທີສອງ ພວກເຮົາສຸມທຸກແຫລ່ງກຳລັງແຮງເພື່ອຮັບປະກັນການຈໍລະຈອນສິນຄ້າໃນສະພາບແຍກຫ່າງສັງຄົມ. ສຸດທ້າຍ ຮັກສາໄດ້ຄວາມປອດໄພໃຫ້ທຸກປະຕູຕົ້ນຕໍຂອງການສົ່ງອອກ”

ວັນທີ 11 ຕຸລາ ຜ່ານມາ, ລັດຖະບານ ໄດ້ປະກາດໃຊ້ມະຕິເລກທີ 128 ໂດຍກຳນົດຊົ່ວຄາວວ່າ “ຮັບມືຢ່າງປອດໄພ, ມີໄຫວພິບ, ຄວບຄຸມໂລກລະບາດໂຄວິດ 19 ຢ່າງມີປະສິດທິຜົນ”. ທຸກເງື່ອນໄຂສະດວກນີ້ ພ້ອມກັບຄວາມມານະພະຍາຍາມຂອງປະຊາຄົມວິສາຫະກິດໃນຊຸມເດືອນທ້າຍປີ, ດ້ວຍສັນຍານປິຕິຊົມຊື່ນເມື່ອພື້ນຖານເສດຖະກິດ ມີການສົ່ງອອກເກີນດຸ່ນໃນ 9 ເດືອນ, ນັກຊ່ຽວຊານຫລາຍທ່ານໄດ້ໃຫ້ຂໍ້ສັງເກດກ່ຽວກັບຄວາມສາມາດດຸ່ນການຄ້າ, ຊ້ຳບໍ່ໜຳມີການສົ່ງອອກເກີນດຸ່ນໃນປີ 2021. ທ່ານ ເຈີນແທງຫາຍ ຮອງຫົວຫນ້າກົມສົ່ງອອກນຳເຂົ້າ ຖືວ່າ:

“9 ເດືອນຜ່ານມາ ຫວຽດນາມ ພວມນຳເຂົ້າເກີນດຸ່ນ 2,13 ຕື້ USD ຖ້າທຽບໃສ່ວົງເງິນການສົ່ງອອກ ແມ່ນເທົ່າກັບ 0,8% ອາດເວົ້າໄດ້ວ່ານີ້ແມ່ນໄລຍະຫ່າງບໍ່ໃຫຍ່ປານໃດ ແລະ ພວກເຮົາຍັງມີໄຕມາດ 4. ເພາະສະນັ້ນ ຖ້າຫາກບໍ່ມີການຜັນປ່ຽນໃດໃນບັນຫາຄວບຄຸມໂລກລະບາດ ພວກເຮົາຫວັງວ່າ 3 ເດືອນທ້າຍປີ ຈະແມ່ນຈຸດເວລາບັນດາວິສາຫະກິດ ພິເສດ ແມ່ນບັນດາວິສາຫະກິດຢູ່ພາກໃຕ້ ຈະກັບຄືນທ່າຟື້ນຕົວ ແລະ ບັນລຸການເຕີບໂຕ.ເວລານັ້ນ ພວກເຮົາມີຄວາມເຊື່ອໝັ້ນວ່າ ສິ້ນສຸດປີ 2021 ດຸ່ນການຄ້າອາດດຸ່ນດຽງ ແລະ ສະພາບການອາດຈະດີກວ່າ”

ຊີວິດການເປັນຢູ່ກັບຄືນສູ່ສະພາບປົກກະຕິແບບໃຫມ່ ອັນໄດ້ເປີດກາລະໂອກາດໃຫ້ຂະແຫນງທ່ອງທ່ຽວ ກໍຄືບັນດາວິສາຫະກິດສົ່ງອອກ. ນອກນັ້ນ ບັນດາສັນຍາການຄ້າເສລີລຸ້ນໃຫມ່ກໍ່ໄດ້ນຳມາເຊິ່ງບັນດາປັດໄຈສະດວກເພື່ອເພີ່ມການສົ່ງອອກ ນັບທັງປະລິມານ ແລະ ຄຸນນະພາບ, ຊ່ວຍວິສາຫະກິດກັບຄືນສູ່ການພັດທະນາຄືນໃຫມ່.

(ແຫຼ່ງຄັດຈາກ VOV)


top