ຂ່າວສານ

ວິສາຫະກິດ 300 ແຫ່ງເຂົ້າຮ່ວມວັນຊື້ເຄື່ອງຂອງທາງອອນລາຍ ອາຊຽນ 2021

      ລາຍການໂດຍ ບຣຸໄນ ປະທານອາຊຽນ ປີ 2021, ສິງກະໂປ ແລະ ຫວຽດນາມ ເປັນປະທານຮ່ວມ; 10 ປະເທດສະມາຊິກໃນກຸ່ມອາຊຽນ ສົມທົບກັນຜັນຂະຫຍາຍ.
ລາຍການວັນຊື້ເຄື່ອງຂອງທາງອອນລາຍ ອາຊຽນ 2021
(ພາບ: hanoimoi)
      ລາຍການວັນຊື້ເຄື່ອງຂອງທາງອອນລາຍ ອາຊຽນ 2021 (ASEAN Online Sale Day 2021) ຈະດຳເນີນນັບແຕ່ເວລາ 0 ໂມງຂອງວັນທີ 08 ສິງຫາ ຮອດວັນທີ 10 ສິງຫາ ທີ່ຈະມາເຖິງ. ລາຍການໂດຍ ບຣຸໄນ ປະທານອາຊຽນ ປີ 2021, ສິງກະໂປ ແລະ ຫວຽດນາມ ເປັນປະທານຮ່ວມ; 10 ປະເທດສະມາຊິກໃນກຸ່ມອາຊຽນ ສົມທົບກັນຜັນຂະຫຍາຍ.
      ການເຂົ້າຮ່ວມຂອງວິສາຫະກິດກວ່າ 300 ແຫ່ງທີ່ມາຈາກບັນດາປະເທດອາຊຽນ, ຢູ່ຫຼາຍກຸ່ມຂະແໜງສິນຄ້າ, ການບໍລິການ, ຈະນຳມາເຊິ່ງການຄັດເລືອກຫຼາຍຢ່າງໃຫ້ແກ່ຜູ້ອຸປະໂພກບໍລິໂພກໃນລາຍການຄັ້ງນີ້. ນີ້ແມ່ນບັນດາວິສາຫະກິດ, ອົງການຈັດຕັ້ງພວມດຳເນີນທຸລະກິດໃນບັນດາຂົງເຂດຄື: ການຄ້າເອລັກໂຕນິກ, ແຟຊັນ, ເຄື່ອງໃຊ້, ການບໍລິການ, ທ່ອງທ່ຽວ…
ຜູ້ອຸປະໂພກບໍລິໂພກ, ບັນດາວິສາຫະກິດສາມາດເຂົ້າເວັບໄຊທາງການຂອງລາຍການທີ່ onlineasean.com ເພື່ອມີຂໍ້ມູນກ່ຽວກັບລາຍການຕື່ມອີກ.
(ແຫຼ່ງຄັດຈາກ VOV)


 

top