ຂ່າວສານ

ວິທະຍຸ ABC ຂອງອົດສະຕາລີ ເນັ້ນໜັກຄວາມໝາຍເຕົ້າໂຮມກັນ ໃນບຸນເຕັດປະຈຳຊາດຫວຽດນາມ

      ນີ້ແມ່ນໂອກາດ ເພື່ອພົບປະກັບນັກສຶກສາ ແລະ ປະຊາຄົມຊາວຫວຽດນາມ ໃນທົ່ວປະເທດອົດສະຕາລີ. ພ້ອມກັບບັນດາເພື່ອນມິດຫວຽດນາມ ແລະ ຕ່າງປະເທດ, ເຂົາເຈົ້າໄດ້ຮັບປະທານບັນດາເຍື່ອງອາຫານຂອງບ້ານເກີດເມືອງນອນຄື: ເຂົ້າຕົ້ມ, ຢໍ່ຈືນ, ບັນກວັນ….
 (ພາບ: Nguyễn Minh/TTXVN ປະຈຳ Sydney)
      ໃນສະພາບໂລກລະບາດໂຄວິດ 19 ອີກເທື່ອໜຶ່ງໄດ້ເຮັດໃຫ້ຊາວຫວຽດນາມ ອາໄສຢູ່ ອົດສະຕາລີ ບໍ່ສາມາດກັບເມືອປະເທດ ຕ້ອນຮັບບຸນເຕັດພ້ອມກັບຄອບຄົວໄດ້, ວິທະຍຸ ABC ໄດ້ອອກອາກາດບົດສາລະຄະດີໃນໂອກາດນີ້ ໃນນັ້ນ ໄດ້ ເນັ້ນໜັກຄວາມໝາຍເຕົ້າໂຮມກັນ ໃນບຸນເຕັດປະຈຳຊາດຫວຽດນາມ.
  ບົດສາລະຄະດີໄດ້ຄັດສະເໜີຄຳເວົ້າຂອງເອື້ອຍ Marianne Bogard ຜູ້ທີ່ກຳເນີດຢູ່ຫວຽດນາມ ແລະ ດຳລົງຊີວິດຢູ່ນະຄອນ Sydney ປະເທດອົດສະຕາລີ ໂດຍໃຫ້ຮູ້ວ່າ: ເອື້ອຍຄິດຮອດບ້ານເກີດເມືອງນອນທີ່ສຸດ, ຄິດເຖິງບັນດາເຍື່ອງອາຫານທີ່ເປັນມູນເຊື້ອໃນໂອກາດບຸນເຕັດວຽນມາ.
   ສ່ວນອ້າຍ ບິງງວຽນ ໄດ້ຂັບລົດຈາກ Sydney ໄປນະຄອນຫຼວງ Canberra ເພື່ອເຂົ້າຮ່ວມບຸນເຕັດປະຊາຄົມໂດຍສະຖານທູດຫວຽດນາມ ປະຈຳ ອົດສະຕາລີ ຈັດຂຶ້ນ ໃຫ້ຮູ້ວ່າ: ນີ້ແມ່ນໂອກາດທີ່ດີ ເພື່ອພົບປະກັບນັກສຶກສາ ແລະ ປະຊາຄົມຊາວຫວຽດນາມ ໃນທົ່ວປະເທດອົດສະຕາລີ. ພ້ອມກັບບັນດາເພື່ອນມິດຫວຽດນາມ ແລະ ຕ່າງປະເທດ, ເຂົາເຈົ້າໄດ້ຮັບປະທານບັນດາເຍື່ອງອາຫານຂອງບ້ານເກີດເມືອງນອນຄື: ເຂົ້າຕົ້ມ, ຢໍ່ຈືນ, ບັນກວັນ….
(ແຫຼ່ງຄັດຈາກ VOV)


top