ຂ່າວສານ

ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ - ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ

      ຕອນເຊົ້າວັນທີ 15 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມກອງປະຊຸມ ວິທະຍາສາດ, ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ: ເສົາຄໍ້າໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມຂອງຫວຽດນາມ. ກອງປະຊຸມໂດຍກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ສົມທົບກັບ ກະຊວງການຕ່າງປະເທດ ແລະ ການຄ້າອົດສະຕາລີ ແລະ ສະຫະພັນປ່ຽນແປງໃໝ່ປະດິດຄິດສ້າງພັດທະນາສາກົນ (IDIA) ຈັດຕັ້ງຂຶ້ນ.
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມ ວິທະຍາສາດ,
ເຕັກໂນໂລຢີ ແລະ ການປ່ຽນແປງໃໝ່ປະດິດຄິດສ້າງ  (ພາບ:kinhtedothi.vn)
      ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຕີລາຄາສູງບັນດາຄູ່ຮ່ວມມືຕ່າງປະເທດ ທີ່ໄດ້ແບ່ງປັນບົດຮຽນຮຽນອັນລໍ້າຄ່່າ ເພື່ອພັດທະນາເສດຖະກິດດີຈີຕອນ, ປ່ຽນແປງໃໝ່ປະດິດຄິດສ້າງຢູ່ຫວຽດນາມ. ທ່ານຖືວ່າ ເມື່ອຮູບແບບການເຕີບໂຕອີງໃສ່ທຶນຮອນນັ້ນ, ແຮງງານ ຄວນຫັນໄປສູ່ການພັດທະນາເສດຖະກິດດີຈີຕອນອີງໃສ່ການປ່ຽນແປງໃໝ່ປະດິດຄິດສ້າງ, ພັດທະນາວິທະຍາສາດເຕັກໂນໂລຢີ. ນີ້ແມ່ນບາດກ້າວເດີນສໍາຄັນ ເພື່ອຊ່ວຍຫວຽດນາມ ສາມາດຫຼຸດພົ້ນອອກຈາກການຕົກບ້ວງລາຍຮັບປານກາງ:
        ບັນດາວິສາຫະກິດຄວນເຂົ້າໃຈວ່າ ການລົງທຶນເຂົ້າໃນຂະແໜງການຄົ້ນຄວ້າ ແລະ ພັດທະນາ ແມ່ນເສັ້ນທາງສັ້ນທີ່ສຸດ ເພື່ອບັນລຸໄດ້ປະສິດທິຜົນ, ເພີ່ມກໍາລັງຄວາມສາມາດໃນການແກ້ງແຍ້ງ ແລະ ພັດທະນາແບບຍືນຍົງກວ່າເກົ່າ. ໃນສະພາບການເຊື່ອມໂຍງເຂົ້າກັບສາກົນ, ລະດັບແກ້ງແຍ້ງນັບມື້ນັບຮ້າຍແຮງກວ່ານັ້ນ ຮຽກຮ້ອງໃຫ້ຕ້ອງລົງທຶນ ແລະ ພັດທະນາກໍາລັງຄວາມສາມາດດ້ານເຕັກໂນໂລຢີ ລວມທັງການຄົ້ນຄວ້າ ແລະ ພັດທະນາ, ເລື່ອງຍົກສູງກໍາລັງຄວາມສາມາດປ່ຽນແປງໃໝ່ປະດິດຄິດສ້າງກາຍເປັນບັນຫາຮີບດ່ວນ ແລະຈໍາເປັນ ເພື່ອໃຫ້ວິສາຫະກິດຫວຽດນາມ ສາມາດຍາດໄດ້ທີ່ຕັ້ງສູງກວ່າໃນລະບົບມູນຄ່່າທົ່ວໂລກ. ພວກເຮົາຄວນຊອກຫາຈຸດເລີ່ມຕົ້ນ, ສົ່ງເສີມວິສາຫະກິດລົງທຶນເຂົ້າຂະແໜງການຄົ້ນຄວ້າຢ່າງຫ້າວຫັນ. ຖືວິສາຫະກິດເປັນໃຈກາງຂອງລະບົບປ່ຽນແປງໃໝ່ປະດິດຄິດສ້າງ”.
(ແຫຼ່ງຄັດຈາກ VOV)
 


top