ທີ່ບັນດາການເຈລະຈາ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສືບຕໍ່ສະເໜີໃຫ້ ອາເມລິກາ ພິຈາລະນາບັນດາຂົງເຂດທີ່ ຫວຽດນາມ ມີຄວາມສົນໃຈ
ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ (ພາບ: TTXVN)
ໃນຂອບເຂດການເຈລະຈາສັນຍາ 2 ຝ່າຍວ່າດ້ວຍການຄ້າສົມທົບລະຫວ່າງ ຫວຽດນາມ - ອາເມລິກາ, ຕອນຄ່ຳວັນທີ 19 ມິຖຸນາ, ທ່ານລັດຖະມົນຕີກະຊວງອຸດສາຫະກຳການຄ້າ ຫວຽດນາມ ຫງວຽນຮົ່ງຢຽນ ໄດ້ເຮັດວຽກພ້ອມກັບທ່ານລັດຖະມົນຕີກະຊວງການຄ້າ ອາເມລິກາ Howard Lutnick ແລະ ທ່ານຫົວໜ້າຜູ້ຕາງໜ້າດ້ານການຄ້າ ອາເມລິກາ Jamieson Greer.
ທີ່ບັນດາການເຈລະຈາ, ທ່ານລັດຖະມົນຕີ ຫງວຽນຮົ່ງຢຽນ ສືບຕໍ່ສະເໜີໃຫ້ ອາເມລິກາ ພິຈາລະນາບັນດາຂົງເຂດທີ່ ຫວຽດນາມ ມີຄວາມສົນໃຈ, ລວມມີນະໂຍບາຍພາສີສົມທົບ ແລະ ສຳຜັດຕະຫຼາດ ສຳລັບໝວດສິນຄ້າສົ່ງອອກຕົ້ນຕໍຈຳນວນໜຶ່ງຂອງ ຫວຽດນາມ. ທ່ານກໍ່ເນັ້ນໜັກເຖິງທັດສະນະຂອງ ຫວຽດນາມ ໃນເລື່ອງປາດຖະໜາຢາກພ້ອມກັບ ອາເມລິກາ ສ້າງຫຼັກເກນຕົ້ນກຳເນີດຢ່າງປະສົມກົມກຽວ, ມີລັກສະນະຕົວຈິງ ແລະ ສອດຄ່ອງກັບຈຸດພິເສດສະເພາະຂອງລະບົບສະໜອງທົ່ວໂລກ, ຮັບປະກັນບໍ່ຈຳແນກການປະພຶດ ແລະ ສ້າງເງື່ອນໄຂສະດວກໃຫ້ແກ່ວິສາຫະກິດ 2 ປະເທດ.
ສ່ວນບັນດາຜູ້ຕາງໜ້າຝ່າຍ ອາເມລິກາ ກໍຕີລາຄາສູງຄວາມມານະພະຍາຍາມ ແລະ ເຈດຕະນາດີຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາເຊິ່ງ ອາເມລິກາ ມີຄວາມສົນໃຈ; ພ້ອມກັນນັ້ນ, ກໍຢືນຢັນຄວາມປາດຖະໜາ ແລະ ຄວາມຕັດສິນໃຈຂອງ ອາເມລິກາ ໃນການເຈລະຈາກັບ ຫວຽດນາມ ເພື່ອມຸ່ງໄປເຖິງຂໍ້ຕົກລົງທີ່ເໝາະສົມກັບຜົນປະໂຫຍດຂອງ 2 ປະເທດ.