ຂ່າວສານ

ວາລະປະຊຸມຈັດກຽມໃຫ້ແກ່ກອງປະຊຸຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ

ຕອນເຊົ້າວັນທີ 25 ພະຈິກ 2021, ຫຼັງຈາກໄປວາງພວງມາລາ ແລະ ເຂົ້າຢ້ຽມຄຳ່ນັບສຸສານປະທານ ໂຮ່ຈີມິນ ແລະ ຖະຫວາຍທູບທຽນທີ່ອະນຸສາວະລີ ນັກຮົບວິລະຊົນທີ່ເສຍສະຫຼະຊີວິດເພື່ອຊາດ, ຜູ້ແທນທັງໝົດ 1.587 ສະຫາຍ, ຕາງໜ້າໃຫ້ແກ່ສະມາຊິກພັກທົ່ວປະເທດ 5,1 ລ້ານສະຫາຍ ທີ່ເຂົ້າຮ່ວມກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ເຂົ້າຮ່ວມວາລະປະຊຸມຈັດກຽມໃຫ້ແກ່ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ເຊິ່ງໄດ້ຈັດຂຶ້ນທີ່ສູນກອງປະຊຸມແຫ່ງຊາດ, ນະຄອນຫຼວງ ຮ່າໂນ້ຍ. 

ສະຫາຍເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູ໋ຈ້ອງ ພ້ອມກັບບັນດາສະຫາຍກຳມະການກົມການເມືອງ, ສະຫາຍນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ສະຫາຍນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ມາເຂົ້າຮ່ວມວາລະປະຊຸມ ຈັດກຽມໃຫ້ແກ່ ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ. ພາບ: VNA

ບັນດາຜູ້ແທນລົງຄະແນະສຽງອະນຸມັດຜ່ານແຜນການເຮັດວຽກຂອງກອງປະຊຸມໃຫຍ່. ພາບ: VNA

ຕາມແຜນການ, ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຈະໄຂຂຶ້ນໃນຕອນເຊົ້າວັນທີ 26 ມັງກອນ 2021 ຢ່າງເປັນທາງການ. 

ກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ຈະສິ້ນສຸດການເຮັດວຽກໃນວັນທີ 2 ກຸມພາ 2021.
ປະຕິບັດ: VNA/VNP

top