ຂ່າວສານ

ວາລະປະຊຸມ ຄັ້ງທີ 8 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຊຸດທີ XV

ວັນທີ 14 ກຸມພາ, ຂ່າວຈາກຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ ວາລະປະຊຸມຄັ້ງທີ 8 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະໄດ້ຈັດຂຶ້ນຢູ່ ນະຄອນຫຼວງຮ່າໂນ້ຍ ເລີ່ມແຕ່ ວັນທີ 15 ຫາ ວັນທີ 17 ກຸມພາ 2022. ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ເຂົ້າຮ່ວມ ແລະ ກ່າວເປີດກອງປະຊຸມ.

ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຢູ່ທີ່ວາລະປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະພິຈາລະນາ, ໃຫ້ຄຳເຫັນ ກ່ຽວກັບການອະທິບາຍ, ຮັບເອົາ, ປັດປຸງ ຮ່າງກົດໝາຍ 02 ສະບັບຄື: ກົດໝາຍວ່າດ້ວຍຕຳຫຼວດເຄື່ອນທີ່; ກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາ ຂອງກົດໝາຍວ່າດ້ວຍຊັບສິນທາງປັນຍາ. ຕໍ່ກັບໜ້າວຽກຕິດຕາມກວດການ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາການລາຍງານວຽກງານແກ້ໄຂຄຳຮ້ອງຂໍຄວາມເປັນທຳ ເດືອນ ມັງກອນ ປີ 2022 ຂອງສະພາແຫ່ງຊາດ ຫວຽດນາມ; ລາຍງານໝາກຜົນເບື້ອງຕົ້ນຂອງ 04 ຄະນະ ຕິດຕາມກວດກາຫົວເລື່ອງສະເພາະ ແລະ ບາງເນື້ອໃນທີ່ສຳຄັນອື່ນໆ.  

 (ແຫຼ່ງຄັດຈາກ VOV)


top