ຂ່າວສານ

ວັນ​ອາ​ທິດ​ແດງ 2026 ດຶງ​ດູດ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກ​ບໍ​ລິ​ຈາກ​ເລືອດ ເປັນ​ຈຳ​ນວນຫຼາຍ

ວັນບຸນບໍ່ພຽງແຕ່ແມ່ນການເຄື່ອນໄຫວບໍລິຈາກເລືອກປະຈຳປີເທົ່ານັ້ນຫາກຍັງກາຍເປັນສະຖານທີ່ນັດພົບຂອງບັນດາຜູ້ໃຈບູນໃຈກຸສົນ, ແຜ່ກະຈາຍສານ “ສົ່ງເລືອດກູ້ເອົາຊີວິດ ຂອງເພື່ອນແລະ ຂ້ອຍ” ໄປຍັງວົງຄະນະຍາດ.
  ວັນ​ອາ​ທິດ​ແດງ 2026 ດຶງ​ດູດ​ນັກ​ສຶກ​ສາ​ອາ​ສາ​ສະ​ໝັກ​ບໍ​ລິ​ຈາກ​ເລືອດ ເປັນ​ຈຳ​ນວນຫຼາຍ.  
ວັນທີ 8 ມີນາ, ຢູ່ນະຄອນໂຮ່ຈີມິນ, ໜັງສືພິມ ຕຽນຝອງ ໄດ້ປະສານສົມທົບກັບສະຖາບັນເລືອດສາດ - ສົ່ງເລືອດສູນກາງ, ມະຫາວິທະຍາໄລ ວັນຮຽນ, ໂຮງໝໍເສນາຮັກ 175 ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງ ຈັດລາຍການວັນອາທິດແດງຄັ້ງທີ 18. ຢູ່ລາຍການ ມີຜູ້ເຂົ້າຮ່ວມກວ່າ 5000 ຄົນ, ສ່ວນຫຼາຍແມ່ນນັກສຶກສາ ສັງກັດບັນດາມະຫາວິທະຍາໄລໃນບໍລິເວນນະຄອນ. ວັນບຸນບໍ່ພຽງແຕ່ແມ່ນການເຄື່ອນໄຫວບໍລິຈາກເລືອກປະຈຳປີເທົ່ານັ້ນຫາກຍັງກາຍເປັນສະຖານທີ່ນັດພົບຂອງບັນດາຜູ້ໃຈບູນໃຈກຸສົນ, ແຜ່ກະຈາຍສານ “ສົ່ງເລືອດກູ້ເອົາຊີວິດ ຂອງເພື່ອນແລະ ຂ້ອຍ” ໄປຍັງວົງຄະນະຍາດ. ໂດຍຜ່ານການເຄື່ອນໄຫວມາເປັນເວລາກວ່າ 2 ທົດສະວັດ, ລາຍການ ວັນອາທິດແດງ ໄດ້ປະກອບສ່ວນບໍລິຈາກເລືອດກູ້ເອົາຊີວິດ, ແກ້ໄຂສະພາບການຂາດແຄນເລືອດໃນກໍລະນີສຸກເສີນ ແລະ ການປິ່ນປົວທົ່ວໄປ.

top