ຂ່າວສານ

ວັນ​ສະ​ບ​ຽງ​ອາ​ຫານ​ໂລກ​ປີ​ນີ້ ມີ​ຫົວ​ຂໍ້ “ບໍ່​ໃຫ້​ຜູ້​ໃດ​ຖືກ​ປະ​ໄວ້ຢູ່​ເບື້ອງຫຼັງ”

ອົງການອາຫານ ແລະ ການກະເສດ ສປຊ (FAO) ໄດ້ສຸມໃສ່ 4 ເປົ້າໝາຍດັ່ງນີ້: ທຳການຜະລິດດີກວ່າ, ໂພສະນາການດີກວ່າ, ສະພາບແວດລ້ອມດີກວ່າ ແລະ ຊີວິດທີ່ດີກວ່າ.

ອົງການອາຫານ ແລະ ການກະເສດ ສປຊ (FAO) ໄດ້ສຸມໃສ່ 4 ເປົ້າໝາຍດັ່ງນີ້: ທຳການຜະລິດດີກວ່າ, ໂພສະນາການດີກວ່າ, ສະພາບແວດລ້ອມດີກວ່າ ແລະ ຊີວິດທີ່ດີກວ່າ. 

    

(ພາບປະກອບ: TTXVN)

ວັນສະບຽງອາຫານໂລກປີ 2022 (ວັນທີ 16 ຕຸລາ) ມີຫົວຂໍ້ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”, ໄດ້ຮຽກຮ້ອງໃຫ້ມີຄວາມສາມັກຄີທົ່ວໂລກເພື່ອຫັນປ່ຽນລະບົບກະສິກຳ ແນໃສ່ຊຸກຍູ້ການເຕີບໂຕເສດຖະກິດແບບກວມລວມ, ແກ້ໄຂຄວາມບໍ່ສະເໝີພາບ, ຄວາມສາມາດຟື້ນຟູ ແລະ ບັນລຸການພັດທະນາແບບຍືນຍົງ.

ອົງການອາຫານ ແລະ ການກະເສດ ສປຊ (FAO) ໄດ້ສຸມໃສ່ 4 ເປົ້າໝາຍດັ່ງນີ້: ທຳການຜະລິດດີກວ່າ, ໂພສະນາການດີກວ່າ, ສະພາບແວດລ້ອມດີກວ່າ ແລະ ຊີວິດທີ່ດີກວ່າ. ນີ້ແມ່ນໂອກາດເພື່ອແບ່ງປັນຢ່າງກວ້າງຂວາງສູ່ສັງຄົມກ່ຽວກັບການຫັນປ່ຽນລະບົບອາຫານ, ທັນຍາຫານ ເພື່ອແນໃສ່ຮັບປະກັນໃຫ້ປະຊາຊົນທຸກຄົນໄດ້ຮັບການສະໜອງ ແລະ ເຂົ້າເຖິງແຫຼ່ງສະບຽງອາຫານຢ່າງຄົບຖ້ວນ.

ສປຊ ກໍຮຽກຮ້ອງໃຫ້ເພີ່ມທະວີການຮ່ວມມືຫຼາຍຝ່າຍ ເພື່ອຫັນປ່ຽນລະບົບສະບຽງອາຫານຕາມທິດຍືນຍົງກວ່າ ແລະ ສະເໝີພາບກວ່າໃນໂລກ.

ແຫຼ່ງຄັດຈາກ VOV


top