ຂ່າວສານ

ວັນ​ບຸນ​ຮັບ​ສະ​ໝັກ​ນັກ​ສຶກ​ສາ ຫວຽດ​ນາມ ຢູ່ ສ.ເກົາຫຼີ

ເຫດການໄດ້ດຶງດູດການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ເກືອບ 500 ຄົນທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ. ເຫດການເປີດໂອກາດມີວຽກເຮັດງານທຳກໍ່ຄືແບ່ງປັນຄວາມຮູ້, ບົດຮຽນປະສົບການ.
ນັກສຶກສາເຂົ້າຮ່ວມເຫດການ (ພາບ: TTXVN )
ວັນທີ 23 ກຸມພາ, ຢູ່ມະຫາວິທະຍາໄລ ເອເລັກໂຕນິກ Seoul (SCU), ສ.ເກົາຫຼີ ພາຍໃຕ້ການອຸປະຖຳຂອງ ສະຖານທູດ ຫວຽດນາມ ປະຈຳ ສ.ເກົາຫຼີ ພ້ອມກັບຜູ້ຮ່ວມຈັດຕັ້ງ ແລະ ບັນດາຜູ້ອຸປະຖຳ, ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ສ.ເກົາຫຼີ (VSAK) ໄດ້ຈັດເຫດການ “ວັນບຸນຮັບສະໝັກ Job Fair 2025”. ເຫດການໄດ້ດຶງດູດການເຂົ້າຮ່ວມຂອງນັກສຶກສາຫວຽດນາມ ເກືອບ 500 ຄົນທີ່ພວມຮ່ຳຮຽນ ແລະ ເຮັດວຽກຢູ່ ສ.ເກົາຫຼີ. ເຫດການເປີດໂອກາດມີວຽກເຮັດງານທຳກໍ່ຄືແບ່ງປັນຄວາມຮູ້, ບົດຮຽນປະສົບການ, ກຳນົດທິດອາຊີບໃຫ້ແກ່ນັກສຶກສາ, ພ້ອມທັງກໍ່ນຳມາເຊິ່ງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງໃຫ້ແກ່ບັນດາວິສາຫະກິດ, ກຸ່ມບໍລິສັດ. ນອກຈາກນັ້ນ, ເຫດການກໍ່ແມ່ນຂົວເຊື່ອມຕໍ່ລະຫວ່າງນັກສຶກສາຫວຽດນາມ ກັບບັນດາວິສາຫະກິດ ສ.ເກົາຫຼີ, ປະກອບສ່ວນສົ່ງເສີມນັກສຶກສາ ຫວຽດນາມ ມາຮ່ຳຮຽນຢູ່ ສ.ເກົາຫຼີ, ຊຸກຍູ້ການພົວພັນແລກປ່ຽນປະຊາຊົນ ແລະ ການຮ່ວມມືດ້ານແຫຼ່ງຊັບພະຍາກອນມະນຸດລະຫວ່າງສອງປະເທດ

top