ຂ່າວສານ

ວັນ​ບຸນ​ທ່ອງ​ທ່ຽວ​ນະ​ຄອນ ໂຮ່​ຈີ​ມິນ ດຶງ​ດູດ​ແຂກ​ທ່ອງ​ທ່ຽ​ວຫຼາຍກວ່າ 190.000 ເທື່ອ​ຄົນ

ວັນບຸນດັ່ງກ່າວໄດ້ເປັນຂົວຕໍ່ຢ່າງແທ້ຈິງລະຫວ່າງນັກທ່ອງທ່ຽວ ແລະ ຜູ້ສະໜອງການບໍລິການ.
  ມີແຂກທ່ອງທ່ຽວຫຼາຍກວ່າ 190.000 ເທື່ອຄົນມາຊື້ເຄື່ອງຂອງ  

ພາຍຫຼັງຖືກດຳເນີນມາເປັນເວລາ 4 ວັນ, ຕອນຄ່ຳວັນທີ 9 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ວັນບຸນທ່ອງທ່ຽວນະຄອນ ໂຮ່ຈີມິນ ປີ 2023 ໄດ້ອັດລົງ, ເຊິ່ງໄດ້ດຶງດູດການເຂົ້າຮ່ວມຂອງແຂກທ່ອງທ່ຽວຫຼາຍກວ່າ 190.000 ເທື່ອຄົນມາຊື່ເຄື່ອງຂອງ, ຄາດວ່າບັນລຸລາຍຮັບປະມານ 105 ຕື້ ດົ່ງ (ເກືອບ 4,5 ລ້ານ USD).

ດ້ວຍຂອບຂະໜາດມີຮ້ານວາງສະແດງ 128 ຮ້ານມາຈາກ 45/63 ແຂວງ, ນະຄອນ ແລະ 54 ວິສາຫະກິດທ່ອງທ່ຽວ, ໂຮງແຮມ, ບໍລິສັດການບິນ…ວັນບຸນດັ່ງກ່າວໄດ້ເປັນຂົວຕໍ່ຢ່າງແທ້ຈິງລະຫວ່າງນັກທ່ອງທ່ຽວ ແລະ ຜູ້ສະໜອງການບໍລິການ. ນະທີ່ນີ້, ມີຫຼາຍລາຍການກະຕຸ້ນການທ່ອງທ່ຽວ, ຜະລິດຕະພັນທ່ອງທ່ຽວທີ່ໃໝ່ອ່ຽມ, ເປັນເອກະລັກໄດ້ຮັບແນະນຳ ແລະ ສະເໜີຕົວ. ນອກຈາກນັ້ນຍັງມີຫຼາຍການບໍລິການສາທາລະນະທີ່ເປັນໜ້າຈັບໃຈ ຊ່ວຍໃຫ້ແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດ ມີຫຼາຍທາງເລືອກກວ່າເກົ່າ.


top