ຂ່າວສານ

ວັນ​ທີ 7 ກໍ​ລະ​ກົດ, ຫວຽດ​ນາມ ຢັ້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່ກວ່າ 900 ຄົນ

ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 913 ຄົນ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 10.752.140 ຄົນ.
  ການສັກວັກຊິນໃຫ້ແກ່ປະຊາຊົນ (ພາບ: TTXVN)  

 ວັນທີ 7 ກໍລະກົດ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ 913 ຄົນ. ປັດຈຸບັນ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລວມທັງໝົດ 10.752.140 ຄົນ.

        ໃນວັນດຽວກັນ, ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ 8.562 ຄົນ, ຍົກຈຳນວນຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວແມ່ນ 9.741.110 ຄົນ.

        ມາຮອດປັດຈຸບັນ, ຫວຽດນາມ ໄດ້ຈັດການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ປະຊາຊົນຈຳນວນ 234,56 ລ້ານໂດສ.


top