ຂ່າວສານ

ວັນ​ທີ 25 ມີ​ນາ: ຈຳ​ນວນ​ຜູ້​ຕິດ​ເຊື້ອ​ໂຄວິດ - 19 ຢູ່ ຫວຽດ​ນາມ ຫຼຸດ​ລົງ​ຢ່າງ​ແຮງ

ໃນວັນທີ 25 ມີນາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ໄດ້ຫຼຸດລົງຢ່າງແຮງ ໂດຍມີ 108.979 ຄົນ.

ໃນວັນທີ 25 ມີນາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ໄດ້ຫຼຸດລົງຢ່າງແຮງ ໂດຍມີ 108.979 ຄົນ. 

   

(ພາບ:TTXVN)

ຕາມລາຍການຂ່າວກ່ຽວກັບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນວັນທີ 25 ມີນາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ໄດ້ຫຼຸດລົງຢ່າງແຮງ ໂດຍມີ 108.979 ຄົນ. ພາຍໃນວັນມີຜູ້ຕິດເຊື້ອໂຄວິດ - 19 ຈຳນວນ 175.540 ຄົນ ໄດ້ຮັບການປິ່ນປົວຫາຍດີ ແລະ ມີຜູ້ເສຍຊີວິດ 51 ຄົນ.

     ໄລ່ມາຮອດປັດຈຸບັນ 47/63 ແຂວງ, ນະຄອນ ບັນລຸອັດຕາສັກວັກຊິນຄົບ 2 ເຂັມ ສຳລັບຜູ້ມີອາຍຸແຕ່ 18 ປີຂຶ້ນໄປ ແມ່ນ 95%. ກ່ຽວກັບອັດຕາສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເດັກມີອາຍຸກແຕ່ 12 – 17 ປີ, ມີ 57/63  ແຂວງ, ນະຄອນ ໄດ້ຜັນຂະຫຍາຍການສັກວັກຊິນຄົບ 2 ເຂັມໄປແລ້ວ 95%.

(ແຫຼ່ງຄັດຈາກ VOV)


top