ຂ່າວສານ

ວັນ​ທີ 20 ພຶດ​ສະ​ພາ, ຫວຽດ​ນາມ ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດໂຄວິດ - 19 ຕື່ມ​ອີກ 1.587 ຄົນ

ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ກວ່າ 3,2 ລ້ານໂດສ ໃຫ້ແກ່ເດັກທີ່ມີອາຍຸແຕ່ 5 – 11 ປີ.

ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ກວ່າ 3,2 ລ້ານໂດສ ໃຫ້ແກ່ເດັກທີ່ມີອາຍຸແຕ່ 5 – 11 ປີ. 

    

(ພາບປະກອບ: TTXVN)

ນັບແຕ່ເວລາ 16 ໂມງຂອງວັນທີ 19 ພຶດສະພາ ຫາເວລາ 16 ໂມງຂອງວັນທີ 20 ພຶດສະພາ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຕື່ມອີກ 1.587 ຄົນ ຢູ່ 51/63 ແຂວງ, ນະຄອນ. ໃນວັນດຽວກັນ, ມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີຈຳນວນ 7.151 ຄົນ, ອັນໄດ້ຍົກຈຳນວນຜູ້ຫາຍດີທັງໝົດຂຶ້ນເກືອບ 9,4 ລ້ານຄົນ.

        ໄລ່ຮອດຕອນບ່າຍວັນທີ 20 ພຶດສະພາ, ຫວຽດນາມ ໄດ້ຜັນຂະຫຍາຍການສັກວັກຊິນກັນພະຍາດໂຄວິດ - 19 ກວ່າ 3,2 ລ້ານໂດສ ໃຫ້ແກ່ເດັກທີ່ມີອາຍຸແຕ່ 5 – 11 ປີ. ກະຊວງສາທາລະນະສຸກຫວຽດນາມ ພວມຮຽກຮ້ອງໃຫ້ທ້ອງຖິ່ນຕ່າງໆຍູ້ໄວຄວາມຄືບໜ້າສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ແກ່ເປົ້າໝາຍດັ່ງກ່າວ.

(ແຫຼ່ງຄັດຈາກ VOV)


top