ຂ່າວສານ

ວັນ​ທີ 19 ກັນ​ຍາ, ຫວຽດ​ນາມ ຢັ​້ງ​ຢືນ​ມີ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ລາຍ​ໃໝ່ 1.778 ຄົນ

ໄລ່ມາຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 11.460.227 ຄົນ, ຢືນອັນດັບທີ 12/227 ປະເທດ ແລະ ເຂດແຄວ້ນ.

ໄລ່ມາຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 11.460.227 ຄົນ, ຢືນອັນດັບທີ 12/227 ປະເທດ ແລະ ເຂດແຄວ້ນ. 

    

(ພາບປະກອບ: ກະຊວງສາທາລະນະສຸກ)

ວັນທີ 19 ກັນຍາ, ກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ລາຍໃໝ່ຕື່ມອີກ 1.778 ຄົນ. ໃນວັນດຽວກັນ, ມີຜູ້ໄດ້ຮັບການປິ່ນປົວເປັນປົກກະຕິ 559 ຄົນ ແລະ ມີ 2 ຄົນເສຍຊີວິດ.

ໄລ່ມາຮອດປັດຈຸບັນ, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ທັງໝົດ 11.460.227 ຄົນ, ຢືນອັນດັບທີ 12/227 ປະເທດ ແລະ ເຂດແຄວ້ນ. ຈຳນວນຜູ້ໄດ້ຮັບການປິ່ນປົວຫາຍດີທັງໝົດແມ່ນ 10.579.588 ຄົນ. ຈຳນວນວັກຊິນທີ່ໄດ້ສັກແລ້ວແມ່ນ 259.399.382 ໂດສ. 

(ແຫຼ່ງຄັດຈາກ VOV)


top