ຂ່າວສານ

ວັນ​ຊອກ​ຮູ້​ກ່ຽວ​ກັບ ຫວຽດ​ນ​າມ - ຍົກ​ສູງ​ຄວາມ​ເຂົ້າ​ໃຈ​ຂອງ​ເພື່ອນ​ມິດ​ສາ​ກົນ​ກ່ຽວ​ກັບ ຫວຽດ​ນາມ

ວັນທີ 7 ເມສາ, ຢູ່ບັກນິງ, ໄດ້ດຳເນີນລາຍການ “ວັນຊອກຮູ້ກ່ຽວກັບ ຫວຽດນາມ 2023”. ລາຍການດັ່ງກ່າວ ໂດຍກະຊວງການຕ່າງປະເທດສົມທົບກັບຄະນະກຳມະການປະຊາຊົນແຂວງ ບັກນິງ ຈັດຂຶ້ນ.
ສິລະປະເຮັດຮູບພື້ນເມືອງ ດົງໂຮ່ (ພາບ: TTXVN)

ໂດຍຈັດຂຶ້ນເທື່ອທຳອິດໃນປີ 2015, ລາຍການວັນຊອກຮູ້ກ່ຽວກັບ ຫວຽດນາມ ໄດ້ນຳມາເຊິ່ງປະສົບການທີ່ໜ້າຈັບອົກຈັບໃຈໃຫ້ແກ່ບັນດາສະມາຊິກໃນຄະນະທຸຕານູທູດ, ບັນດາອົງການຈັດຕັ້ງສາກົນຢູ່ຮ່າໂນ້ຍ. ລາຍການດັ່ງກ່າວ ໄດ້ແນະນຳກ່ຽວກັບປະຫວັດສາດ, ວັດທະນະທຳ, ປະເທດຊາດ, ປະຊາຊົນ ຫວຽດນາມ, ອັບເດດກ່ຽວກັບຜົນງານທາງດ້ານເສດຖະກິດ - ສັງຄົມ - ວຽກງານຕ່າງປະເທດຂອງປະເທດຊາດໃຫ້ແກ່ບັນດາອົງການຜູ້ຕາງໜ້າຕ່າງປະເທດ ແລະ ບັນດາອົງການຈັດຕັ້ງສາກົນປະຈຳ ຮ່າໂນ້ຍ. ໃນຂອບເຂດຂອງລາຍການ, ແຂກຖືກເຊີນ ໄດ້ເຂົ້າຮ່ວມການເຄື່ອນໄຫວຊອກຮູ້ກ່ຽວກັບສິລະປະພື້ນເມືອງ ຂັບກວານຫໍ້ - ມໍລະດົກວັດທະນະທຳບໍ່ເປັນວັດຖຸຂອງມວນມະນຸດ ໂດຍໄດ້ຮັບການຮັບຮອງເອົາຈາກອົງການ UNESCO, ສິລະປະເຮັດຮູບພື້ນເມືອງ ດົງໂຮ່ ທີ່ເປັນເອກະລັກສະເພາະ ແລະ ສິລະປະຕຸກກະຕານ້ຳ ດົ່ງງື ທີ່ເຂັ້ມຂຸ້ນໄປດ້ວຍຈຸດວັດທະນະທຳທີ່ເປັນເອກະລັກສະເພາະຂອງເຂດດິນແດນພາກເໜືອ ຫວຽດນາມ. ລາຍການຊອກຮູ້ ຫວຽດນາມ ແມ່ນໜຶ່ງໃນບັນດາການເຄື່ອນໄຫວການທູດວັດທະນະທຳ, ຊ່ວຍເພື່ອນມິດສາກົນມີຄວາມເຂົ້າໃຈກ່ຽວກັບ ຫວຽດນາມ ຕື່ມອີກ, ສືບຕໍ່ສະໜັບສະໜູນ ຫວຽດນາມ ໃນພາລະກິດແຫ່ງການສ້າງສາ, ປົກປັກຮັກສາ ແລະ ພັດທະນາປະເທດຊາດ.

 


top