ຂ່າວສານ

ວັນແຮງງານສາກົນວັນທີ 1 ພຶດສະພາ: ຄາດວ່າ ຕະຫຼາດແຮງງານມີການປ່ຽນແປງໃຫຍ່

ການນຳໃຊ້ເຕັກໂນໂລຊີກ້າວໜ້າ ແລະ ການເພີ່ມລະດັບການຫັນເປັນດີຈີຕອນຈະເຮັດໃຫ້ຕະຫຼາດແຮງງານສັບສົນພໍສົມຄວນ.
  ຕະຫຼາດແຮງງານຢູ່ ອາເມລິກາ (ພາບ:AFP/TTXVN)  

ຕາມໝາກຜົນຂອງການສຳຫຼວດປະກາດໃນວັນທີ 1 ພຶດສະພາ, ໂດຍເວທີປາໄສເສດຖະກິດໂລກ (WEF) ປະຕິບັດແລ້ວ, ມີປະມານ ¼ ຈຳນວນວຽກເຮັດງານທຳໃນປະຈຸບັນຈະມີການປ່ຽນແປງໃນໄລຍະ 7 ປີຈະມາເຖິງ. ບົດລາຍງານ “ອະນາຄົດຂອງວຽກເຮັດງານທຳ” ຂອງ WEF ໃຫ້ຮູ້ວ່າ: ຮອດປີ 2027, ປະມານ 69 ລ້ານວຽກງານຈະໄດ້ສ້າງຂຶ້ນ ແລະ 83 ລ້ານວຽກງານຈະຖືກລົບລ້າງ, ພາໄປເຖິງການຫລຸດຜ່ອນ 2% ຕະຫຼາດແຮງງານໃນປະຈຸບັນ. ການສຳຫຼວດດັ່ງກ່າວອີງຕາມຕົວເລກຈາກປະມານ 800 ບໍລິສັດທີ່ພວມຮັບສະໝັກແຮງງານກ່ວາ 11 ລ້ານຄົນ ແລະ ນຳໃຊ້ຂໍ້ມູນຂ່າວຂອງ 673 ລ້ານວຽກງານ.

        ບົດລາຍງານສະຫລຸບວ່າເຕັກໂນໂລຊີ ແລະ ການຫັນເປັນດີຈີຕອນແມ່ນ 2 ກຳລັງໜູນການສ້າງວຽກງານໃໝ່ ກໍ່ຄືບັນດາວຽກງານຖືກລົບລ້າງໃນປະຈຸບັນ. ການນຳໃຊ້ເຕັກໂນໂລຊີກ້າວໜ້າ ແລະ ການເພີ່ມລະດັບການຫັນເປັນດີຈີຕອນຈະເຮັດໃຫ້ຕະຫຼາດແຮງງານສັບສົນພໍສົມຄວນ. ບັນດາວຽກງານທີ່ຖືກຫລຸດລົງຫຼາຍສຸດແມ່ນພະນັກງານບໍລິການທະນາຄານ, ຜູ້ເກັບເງິນ... ເຊິ່ງແມ່ນບັນດາວຽກງານອາດສາມາດຫັນເປັນອັດຕະໂນມັດ. ໃນຂະນະນັ້ນ, ຄາດວ່າ ຄວາມຕ້ອງການກ່ຽວກັບນັກຊ່ຽວຊານປັນຍາທຽມ ແລະ ນັກຊ່ຽວຊານດ້ານຄວາມໝັ້ນຄົງທາງອິນເຕີເນັດອາດຈະເພີ່ມຂຶ້ນຫຼາຍ.

 


top