ຂ່າວສານ

ວັນວັດທະນະທຳ, ທ່ອງທ່ຽວ ແຄ໋ງຮວ່າ ຢູ່ແຂວງ ກວ໋າງຈິ

ວັນວັດທະນະທຳ, ທ່ອງທ່ຽວ ແຄ໋ງຮວ່າ ຢູ່ແຂວງ ກວ໋າງຈິ ປີ 2026 ດ້ວຍຫົວຂໍ້ວ່າ “ກວ໋າງຈິ - ແຄ໋ງຮວ່າ: ຈາກເຂດດິນແດນສົງຄາມ ກາຍເປັນເຂດອ່າວເພັດມະນີສີຂຽວທີ່ສວຍງາມ” ໄດ້ໄຂຂຶ້ນໃນ ຕອນຄຳ່ຂອງວັນທີ 16 ສິງຫາ, ຢູ່ເຂດຖະໜົນຍ່າງ Regal Legend, ເມືອງ ດົ່ງເຫີຍ (ແຂວງ ກວ໋າງຈິິ).
  ການສະແດງສິລະປະທີ່ເຫດການ (ພາບ: VNA)  

ກ່າວຄຳເຫັນທີ່ເຫດການດັ່ງກ່າວ, ທ່ານ ຮ່າວັນຊຽວ, ຮອງຫົວໜ້າກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ໄດ້ເນັ້ນໜັກວ່າ: ຫົວຂໍ້ “ແຄ໋ງຮວ່າ - ກວ໋າງຈິ: ເຊືື່ອມຕໍ່ມໍລະດົກ, ບືນຕົວອອກສູ່ທະເລ” ໄດ້ສ່ອງແສງນຳ້ໃຈພັດທະນາການທ່ອງທ່ຽວໃນໄລຍະໃໝ່. ຕາມນັ້ນແລ້ວ, ກວ໋າງຈິ ແລະ ແຄ໋ງຮວ່າ ຄວນມີການຮ່ວມສຳພັນເພື່ອສ້າງຜະລິດຕະພັນ, ການຮ່ວມສຳພັນເພື່ອເປີດກ້ວາງຕະຫຼາດເພື່ອຍົກສູງຄຸນນະພາບການບໍລິການ, ສ້າງບັນດາລາຍການທ່ອງທ່ຽວເພື່ອເຊື່ອມຕໍ່ 2 ທ້ອງຖິ່ນ ແລະ ເປີດກວ້າງສູ່ບັນດາແຂວງພາກກາງ ຫວຽດນາມ ໃນໄວໆນີ້; ປະສານສົມທົບການທ່ອງທ່ຽວດ້ານວັດທະນະທຳ, ປະຫວັດສາດ, ກັບເມືອຫາກົກເຂົ້າເຫງົາກໍ ດ້ວຍການພັກຜ່ອນບຳລຸງສຸຂະພາບຢູ່ທະເລ, ນິເວດ... ທ່ານກ່າວວ່າ:

“ກົມທ່ອງທ່ຽວແຫ່ງຊາດ ຫວຽດນາມ ຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບແຂວງ ກວ໋າງຈີ, ແຄ໋ງຮວ່າ ແລະ ບັນດາທ້ອງຖິ່ນໃນເຂດເພື່ອສົ່ງເສີມ, ໂຄສະນາ, ພັດທະນາຜະລິດຕະພັນ, ເຊືື່ອມຕໍ່ຕະຫຼາດ, ຊຸກຍູ້ທາງການບິນ ແລະ ຍົກສູງກຳລັງແກ່ງແຍ້ງຂອງບັນດາຈຸດໝາຍປາຍທາງ. ພວກຂ້າພະເຈົ້າຫວັງວ່າ ບັນດາການເຊື່ອມຕໍ່ນີ້ຈະໄດ້ທະວີຄູນ, ເພື່ອໃຫ້ແຕ່ລະສາຍການບິນໃໝ່ ກາຍເປັນກຳລັງຜັກດັນໃໝ່, ແຕ່ລະລາຍການທ່ອງທ່ຽວ ກາຍເປັນຜະລິດຕະພັນການທ່ອງທ່ຽວໃໝ່; ແຕ່ລະການຮ່ວມສຳພັນນຳມາເຊິ່ງມູນຄ່າໃໝ່ຕໍໍ່ປະເທດຊາດ”.

ວັນວັດທະນະທຳ, ທ່ອງທ່ຽວ ແຄ໋ງຮວ່າ ຢູ່ແຂວງ ກວ໋າງຈິ ປີ 2026 ຈັດຂຶ້ນໃນລະຫວ່າງວັນທີ 15 – 18 ສິງຫາ ຈຶ່ງຈະອັດລົງ.


top