ຂ່າວສານ

ວັນບຸນໄຫວ້ພະຈັນ - ແບ່ງປັນຄວາມຮັກແພງ

ຄະນະຈັດຕັ້ງໄດ້ມອບຂອງຂວັນ 50 ພູດໃຫ້ແກ່ຫຼານນ້ອຍເຍົາວະຊົນ, ອະນຸຊົນ ແລະ ຜູ້ຕາງໜ້າເດັກທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ.
ທະຫານເຮືອເຂດ 3 ໄດ້ສົມທົບກັບບັນດາສະໂມສອນຢູ່ທີ່ນີ້ ຈັດວັນບຸນໄຫວ້ພະຈັນ 2024

ຕອນຄ່ຳວັນທີ 16 ກັນຍາ, ຢູ່ແຂວງ ວິງຟຸກ, ໄດ້ຈັດວັນບຸນໄຫວ້ພະຈັນປີ 2024 ດ້ວຍຫົວຂໍ້ “ແບ່ງປັນຄວາມຮັກແພງ”, ໄດ້ດຶງດູດເດັກນ້ອຍກວ່າ 1.000 ຄົນເຂົ້າຮ່ວມ. ທີ່ລາຍການ, ຄະນະຈັດຕັ້ງໄດ້ມອບຂອງຂວັນ 50 ພູດໃຫ້ແກ່ຫຼານນ້ອຍເຍົາວະຊົນ, ອະນຸຊົນ ແລະ ຜູ້ຕາງໜ້າເດັກທີ່ປະສົບກັບຄວາມຫຍຸ້ງຍາກໃນບໍລິເວນແຂວງ. ສະຫະພັນແຮງງານແຂວງ, ຄະນະຊາວໜຸ່ມແຂວງ ວິງຟຸກ ໄດ້ມອບຂອງວັນ 20 ພູດ ແລະ ທຶນສຶກສາໃຫ້ແກ່ລູກຫຼານຂອງກຳມະກອນ, ຜູ້ອອກແຮງງານທີ່ປະສົບກັບຄວາມຫຍຸ້ງຍາກພວມເຮັດວຽກຢູ່ບັນດາເຂດອຸດສາຫະກຳ.

        ຢູ່ແຂວງ ວິງລອງ, ໃນຊຸມມື້ຜ່ານມາ, ໄດ້ຈັດການເຄື່ອນໄຫວເບິ່ງແຍງດູແລວັນບຸນໄຫ້ວພະຈັນໃຫ້ແກ່ບັນດານັກຮຽນຢູ່ເຂດຫ່າງໄກສອກຫຼີກ, ເຂດຊົນເຜົ່າສ່ວນໜ້ອຍ. ນ້ອງ ຮວີ່ງອຽນຍີ, ນັກຮຽນເມືອງ ລອງໂຮ່, ແບ່ງປັນວ່າ:

        “ມື້ນີ້ນ້ອງໄດ້ເຂົ້າຮ່ວມວັນບຸນໄຫວ້ພະຈັນ, ນ້ອງຮູ້ສຶກມ່ວນທີ່ສຸດ ແລະ ມີຄວາມປິຕິຊົມຊື່ນ, ນ້ອງໄດ້ຮັບຂອງຂວັນແມ່ນເຂົ້າໜົມໄຫວ້ພະຈັນຈາກບັນດາອາວ, ອາ, ນ້ອງຂໍຂອບໃຈຕໍ່ບັນດາອາວ, ອາ. ນີ້ແມ່ນເທື່ອທຳອິດທີ່ນ້ອງໄດ້ເຂົ້າຮ່ວມວັນບຸນໄຫວ້ພະຈັນ, ນ້ອງຮູ້ສຶກມ່ວນຫຼາຍ ຍ້ອນໄດ້ລະຫຼີ້ນກັບເພື່ອນ, ໄດ້ຮັບເຂົ້າໜົມ ແລະ ໂຄມໄຟ. ນ້ອງຈະມານະພະຍາຍາມຮໍ່າຮຽນໃຫ້ເປັນຢ່າງດີ”.

        ແລະກໍ່ໃນຕອນຄ່ຳດຽວກັນ, ທະຫານເຮືອເຂດ 3 ໄດ້ສົມທົບກັບບັນດາສະໂມສອນຢູ່ທີ່ນີ້ ຈັດວັນບຸນໄຫວ້ພະຈັນ 2024 ໃຫ້ບັນດາຫຼານນ້ອຍເຍົາວະຊົນ, ອະນຸຊົນ ເຊິ່ງແມ່ນລູກຂອງທະຫານ, ກຳມະກອນປ້ອງກັນຄວາມສະຫງົບທີ່ພວມປະຕິບັດງານຢູ່ທະຫານເຮືອເຂດ 3 ເຊັ່ນດຽວກັນ.


top