ຂ່າວສານ

ວັນບຸນອາສາສະໝັກແຫ່ງຊາດປີ 2020

ຄະນະຈັດຕັ້ງມອບລາງວັນອາສາສະໝັກປີ 2020ໃຫ້ແກ່ 10 ໝູ່ຄະນະ, 10 ສ່ວນບຸກຄົນ ແລະມອບໃບຍ້ອງຍໍໃຫ້ສະໂມສອນ,ຫນ່ວຍ,ກຸ່ມ ອາສາສະໝັກໃນທົ່ວປະເທດ .


ພິທີມອບລາງວັນອາສາສະໝັກແຫ່ງຊາດປີ 2020

ພາບ:vietnam+ 


ຕອນເຊົ້າວັນທີ 5 ທັນວາ ຢູ່ ຮ່າໂນ້ຍ, ສູນກາງຊາວຫນຸ່ມກອມມູນິດໂຮ່ຈີມິນ, ສູນກາງສະຫະພັນຊາວຫນຸ່ມຫວຽດນາມ ສົມທົບກັນຈັດຕັ້ງວັນບຸນອາສາສະໝັກແຫ່ງຊາດ ແລະພິທີມອບລາງວັນອາສາສະໝັກແຫ່ງຊາດປີ 2020. ເຫດການນີ້ ເພື່ອແນໃສ່ຮັບຮູ້ ແລະ ສະແດງຄວາມຮູ້ບຸນຄຸນບັນດາການປະກອບສ່ວນຂອງບັນດາອົງການຈັດຕັ້ງ, ຊາວຫນຸ່ມອາສາສະໝັກ, ຜູ້ທີ່ຍາມໃດກໍ່ນຳມາເຊິ່ງສິ່ງທີ່ດີງາມມາໃຫ້ວົງຄະນາຍາດ,ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງປະເທດຊາດ. ເຂົ້າຮ່ວມວັນບຸນນີ້ ມີຜູ້ອາສາສະໝັກຢູ່ພາຍໃນ ແລະຕ່າງປະເທດເປັນຈຳນວນຫລວງຫລາຍ ດ້ວຍການເຄື່ອນໄຫວຫລາຍຢ່າງທີ່ມີຄວາມໝາຍ.

ເນື່ອງໃນໂອກາດນີ້ ຄະນະຈັດຕັ້ງມອບລາງວັນອາສາສະໝັກປີ 2020ໃຫ້ແກ່ 10 ໝູ່ຄະນະ, 10 ສ່ວນບຸກຄົນ ແລະມອບໃບຍ້ອງຍໍໃຫ້ສະໂມສອນ,ຫນ່ວຍ,ກຸ່ມ ອາສາສະໝັກໃນທົ່ວປະເທດ ທີ່ໄດ້ມີຜົນງານດີເດັ່ນໃນການເຄື່ອນໄຫວອາສາສະໝັກເພື່ອວົງຄະນາຍາດປີ 2020.

(ແຫຼ່ງຄັດຈາກ VOV)


top