ຂ່າວສານ

ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທຽວບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ

      ວັນບຸນປີນີ້ມີການເຂົ້າຮ່ວມຂອງ 7 ແຂວງ, ນອກຈາກແຂວງ ເຊີນລາແລ້ວ ຍັງມີ: ຮ່ວາບິ່ງ, ດຽນບຽນຝຸ໋, ລາຍເຈົາ, ລາວກາຍ, ອຽນບ໊າຍ ແລະ ຝຸເທາະ.

ພາບປະກອບ:ວັນບຸນເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາ ເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ (ພາບ: nhandan.com.vn)
      ວັນບຸນວັດທະນະທຳ, ກິລາ ແລະ ທ່ອງທຽວບັນດາເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ ດ້ວຍຫົວຂໍ້ທີ່ວ່າ “ອະນຸລັກຮັກສາ, ເສີມຂະຫຍາຍສິີສັນວັດທະນະທຳຂອງບັນດາຊົນເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອໃນສະໄໝເຊື່ອມໂຍງ ແລະ ພັດທະນາປະເທດແບບຍືນຍົງ” ຈະໄດ້ດຳເນີນໃນລະຫວ່າງວັນທີ 18 – 20 ສິງຫາຢູ່ແຂວງເຊີນລາ. ວັນບຸນປີນີ້ມີການເຂົ້າຮ່ວມຂອງ 7 ແຂວງ, ນອກຈາກແຂວງ ເຊີນລາແລ້ວ ຍັງມີ: ຮ່ວາບິ່ງ, ດຽນບຽນຝຸ໋, ລາຍເຈົາ, ລາວກາຍ, ອຽນບ໊າຍ ແລະ ຝຸເທາະ.
            ວັນບຸນເພື່ອແນໃສ່ເຊີດຊູບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອອັນດີງາມຂອງບັນດາ ເຜົ່າເຂດທາງທິດຕາເວັນຕົກສ່ຽງເໜືອ, ໂຄສະນາຄວາມສາມາດບົ່ມຊ້ອນ, ດຶງດູດການລົງທຶນເຂົ້າຂົງເຂດການທ່ອງທ່ຽວຂອງບັນດາແຂວງທາງທິດຕາເວັນຕົກສ່ຽງເໜືອ.
 (ແຫຼ່ງຄັດຈາກ VOV)


top