ຂ່າວສານ

“ວັນບຸນບໍລິຈາກເລືອກມະນຸດສະທຳ - Festival ຫົວໃຈແຫ່ງຄວາມເມດຕາ” ປີ 2020

      ວັນບຸນບໍລິຈາກເລືອກມະນຸດສະທຳ - Festival ຫົວໃຈແຫ່ງຄວາມເມດຕາປີ 2020 ໂດຍສູນກາງສະພາກາແດງ ຫວຽດນາມ, ສະຖາບັນໂລຫິດສາດ ແລະ ສົ່ງເລືອດສູນກາງ, ສະຖາບັນສື່ມວນຊົນ ແລະ ໂຄສະນາ ສົມທົບກັນຈັດຂຶ້ນໃນວັນທີ 22 ພະຈິກ ຢູ່ຮ່າໂນ້ຍ.

ວັນບຸນບໍລິຈາກເລືອກມະນຸດສະທຳ - Festival ຫົວໃຈແຫ່ງຄວາມເມດຕາປີ 2020
(ພາບ: TTXVN) 
      ເຫດການແມ່ນການເຄື່ອນໄຫວປະຈຳປີຂອງສະພາກາແດງ ຫວຽດນາມ ຂຶ້ນກັບ “ໂຄງການສາມັກໃຈບໍລິຈາກເລືອກມະນຸດສະທຳ”. ວັນບຸນມີການເຂົ້າຮ່ວມຂອງຜູ້ອາສາສະໝັກປະມານ 300 ຄົນ ສັງກັດສູນກາງສະພາກາແດງຫວຽດນາມ ພ້ອມກັບພະນັກງານ, ພາລະກອນ ແລະ ຜູ້ອາສາສະໝັກ, ອົງການ, ວິສາຫະກິດ, ຄູ່ຮ່ວມມືຂອງສະພາກາແດງເປັນຈຳນວນຫຼວງຫຼາຍຈົດທະບຽນບໍລິຈາກເລືອກ.
            ນັບແຕ່ຕົ້ນປີ 2020 ມາຮອດປັດຈຸບັນ, ໂດຍຕອບສະໜອງຕາມຄຳຮຽກຮ້ອງຂອງທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ ເນື່ອງໃນໂອກາດສະເຫຼີມສະຫຼອງ 20 ປີແຫ່ງການປະຕິບັດວັນທົ່ວປວງຊົນສາໝັກໃຈບໍລິຈາກເລືອກ. ທົ່ວປະເທດຮັບໄດ້ເລືອດຫຼາຍກ່ວາ 1,2 ລ້ານຖົງ, ເຊິ່ງຕອບສະໜອງຈຳນວນເລືອດໄດ້ຢ່າງພຽງພໍ ໃຫ້ແກ່ການສຸກເສີນ, ການປິ່ນປົວໃຫ້ແກ່ຄົນເຈັບຢູ່ບັນດາທ້ອງຖິ່ນໃນສະພາບການຮັບມືກັບໂລກລະບາດໂຄວິດ - 19.
 (ແຫຼ່ງຄັດຈາກ VOV)



top