ຂ່າວສານ

ວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນດຶງດູດນັກທ່ອງທ່ຽວ 200.000 ເທື່ອຄົນ

      ຕອນຄ່ຳວັນທີ 19 ກໍລະກົດ, ວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ ຄັ້ງທີ 6 ປີ 2020 ໄດ້ສິ້ນສຸດລົງ

ວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ ຄັ້ງທີ 6 ປີ 2020
(ພາບ: TTXVN)
      ວັນບຸນໄດ້ດຶງດູດນັກທ່ອງທ່ຽວປະມານ 200.000 ເທື່ອຄົນມາຢ້ຽມຊົມ. ຜ່ານການຈັດຕັ້ງເປັນເວລາ 4 ວັນ, ເຫດການໄດ້ມີການພົວພັນແລກປ່ຽນກວ່າ 9.300 ຄັ້ງປະສົບຜົນສຳເລັດ ຕົ້ນຕໍ່ແມ່ນສຸມໃສ່ບັນດາລາຍການທ່ອງທ່ຽວເຊື່ອມລະຫວ່າງເຂດທາງທິດຕາເວັນຕົກສ່ຽງເໜືອ, ທິດຕາເວັນອອກພສກເໜືອ, ທາງພາກກາງ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ເຂດຕາເວັນອອກພາກໃຕ້.
        ວັນບຸນທ່ອງທ່ຽວນະຄອນໂຮ່ຈີມິນ ປີ 2020 ໄດ້ມີບັນດາຈຸດທີ່ແຕກຕ່າງກັນ, ເປັນຄັ້ງທຳອິດມີ 50/63 ແຂວງ, ນະຄອນໃນທົ່ວປະເທດເຂົ້າຮ່ວມ; ມີວິສາຫະກິດທ່ອງທ່ຽວ, ການບໍລິການ ແລະ ອາຫານການກິນ 96 ແຫ່ງເຂົ້າຮ່ວມ. ນອກນັ້ນ, ໃນຂອບເຂດຂອງວັນບຸນນີ້ ຍັງຈັດໃຫ້ມີງານມະໂຫລານອາຫານການກິນຂອງບັນດາປະເທດ, ຮ້ານຂາຍສິນຄ້າລວມຂອງນະຄອນໂຮ່ຈີມິນ ແລະ 18 ແຂວງ, ນະຄອນເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ແລະ ເຂດທາງຕາເວັນອອກພາກໃຕ້ອີກດ້ວຍ.
 (ແຫຼ່ງຄັດຈາກ VOV)


top