ຂ່າວສານ

ວັນບຸນ “ເຫວ້ - ເມືອງຫຼວງແຫ່ງອາຫານການກິນ” ທີ່ເປັນເອກະລັກ

ທ່ານຮອງປະທານ ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ຫງວຽນແທັງບິ່ງ ໃຫ້ຮູ້ວ່າ, ວັນບຸນນີ້ແມ່ນເຫດການທີ່ມີຄວາມໝາຍໃນລະບົບ Festival ສີ່ລະດູ, ເພື່ອແນໃສ່ໂຄສະນາ, ແນະນຳຈຸດຍອດຢ້ຽມຂອງອາຫານການກິນເຫວ້ ກໍຄືເຂດພາກຕ່າງໆໃຫ້ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.

  ວັນບຸນນີ້ ໄດ້ໂຄສະນາ, ແນະນຳຈຸດຍອດຢ້ຽມຂອງອາຫານການກິນເຫວ້ ກໍຄືເຂດພາກຕ່າງໆໃຫ້ແຂກທ່ອງທ່ຽວ

ທັງພາຍໃນ ແລະ ຕ່າງປະເທດ  

 ຕອນຄ່ຳວັນທີ 30 ເມສາ, ຢູ່ສວນສາທາລະນະ ຕື໊ເຕື້ອງ, ນະຄອນ ເຫວ້ (ເທື່ອທຽນ - ເຫວ້), ພະແນກວັດທະນະທຳ, ກິລາ ແລະ ທ່ອງທ່ຽວແຂວງ ເທື່ອທຽນເຫວ້ ໄດ້ສົມທົບກັບສະມາຄົມວັດທະນະທຳອາຫານການກິນ ຫວຽດນາມ, ສູນ Festival ເຫວ້ ຈັດພິທີໄຂວັນບຸນ “ເຫວ້ - ເມືອງຫຼວງແຫ່ງອາຫານການກິນ”. ທ່ານຮອງປະທານ ຄະນະກຳມະການປະຊາຊົນແຂວງ ເທື່ອທຽນເຫວ້ ຫງວຽນແທັງບິ່ງ ໃຫ້ຮູ້ວ່າ, ວັນບຸນນີ້ແມ່ນເຫດການທີ່ມີຄວາມໝາຍໃນລະບົບ Festival ສີ່ລະດູ, ເພື່ອແນໃສ່ໂຄສະນາ, ແນະນຳຈຸດຍອດຢ້ຽມຂອງອາຫານການກິນເຫວ້ ກໍຄືເຂດພາກຕ່າງໆໃຫ້ແຂກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ. ອາຫານການກິນ ເຫວ້ ແມ່ນຫຼາຍເຍື່ອງ, ລວມມີອາຫານໃນວັງ, ອາຫານພື້ນເມືອງ ແລະ ອາຫານເຈ, ປະກອບສ່ວນສ້າງຄວາມອຸດົມສົມບູນໃຫ້ແກ່ມູນເຊື້ອວັດທະນະທຳຂອງດິນແດງກຸງເກົ່າເຫວ້. ວັນບຸນດັ່ງກ່າວຖືກດຳເນີນໃນລະຫວ່າງວັນທີ 30 ເມສາ ຫາວັນທີ 1 ພຶດສະພາ.


top