ຂ່າວສານ

ວັນບຸນ “ສີສັນລະດູບານໃໝ່ໃນທຸກແຖບຖິ່ນຂອງປະເທດຊາດ”ປີ2017

ພ​າບ​ປະ​ກອບ
          ໃນ​ວັນ​ທີ 4 – 5/2 (ກົງ​ກັບ​ວັນ​ທ​ີ 8 ແລະ 9 ຂອງ​ບຸນ​ເຕັດ), ຢູ່​​ໝູ່ບ້ານ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ບັນ​ດາ​​ເຜົ່າ ຫວຽດ​ນາມ (ຮ່າ​ໂນ້ຍ) ໄດ້​ຈັດ​ຕັ້ງ​ວັນ​ບຸນ “ສີ​ສັນ​ລະ​ດູ​ບານ​ໃໝ່​ຢູ່​ທຸກໆ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ” ປີ 2017. ນະ​ທີ່ນີ້, ບັນ​ດາ​ຮີດ​ຄອງ​ປະ​ເພ​ນີ, ວັດ​ທະ​ນະ​ທຳ​ທີ່​ເປັນມູນ​ເຊື້ອ​ພິ​ເສດ​ສະ​ເພາະ​ຂອງ​ບັນດາ​ເຜົ່າ ຫວຽດ​ນາມ ​ໃນ​ທຸກໆ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ​ໄດ້​ຮັບ​ການ​ວາດ​ພາບ​​ຢູ່ “ຊາຍ​ຄາ​ລວມ” ​ໝູ່ບ້ານ​ວັດ​ທະ​ນະ​ທຳ, ທ່ອງ​ທ່ຽວ​ບັນ​ດາ​​ເຜົ່າ ຫວຽດ​ນາມ. ນີ້​ແມ່ນ​ເຫດ​ການ​ວັດ​ທະ​ນະ​ທ​ຳ​ທີ່​ສະ​ແດງ​ໃຫ້​ເຫັນ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ລັດ​ທີ່​ມີ​ຕໍ່​ພໍ່​ແມ່​ປະ​ຊາ​ຊົນ​ບັນ​ດາ​ເຜົ່າ​ສ່ວນ​ໜ້ອຍ ຫວຽດ​ນາມ ເນື່ອງ​ໃນ​ໂອ​ກາດ​ບຸນ​ປີ​ໃໝ່​ປະ​ຈຳ​ຊາດ, ແມ່ນ​ໂອ​ກາດ​ເພື່ອ​ພົບ​ປະ​ສ້າງ​ສັນ, ພົວ​ພັນ​ແລກ​ປ່ຽນ​ສາ​ມັກ​ຄີ ແລະ ເຊີດ​ຊູ​ວັດ​ທະ​ນະ​ທຳ​ທີ່​ເປັນ​ມູ​ນ​ເຊື້ອ​​ຂອງບັນ​ດາ​ຊົນ​ເຜົ່າ ຫວຽດ​ນາມ, ປະ​ກອບ​ສ່ວນກໍ່​ສ້າງ, ປັບ​ປຸງ​ກຸ່ມ​ກ້ອນ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ.
        ວັນ​ບຸນ “ສີ​ສັນ​ລະ​ດູ​ບານ​ໃໝ່​ຢູ່​ທຸກໆ​ແຖບ​ຖິ່ນ​ຂອງ​ປະ​ເທດ​ຊາດ” ປີ 2017 ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 190 ຄົນ​ເຊິ່ງ​ເປັນ​ບັນ​ດາ​ເຈົ້າ​ກົກ​ເຈົ້າ​ເຫຼົ່າ​ດີ​ເດັ່ນ, ບັນ​ດາ​ນັ​ກ​ປັນ​ຍາ​ຊົນ, ນັກ​ສີ​ລະ​ປິນ​ຂອງ 16 ປະ​ຊາ​ຄົມ​ຊົນ​ເຜົ່າ​ຂຶ້ນ​ກັບ 16 ແຂວງ, ​ທີ່ຕາງ​ໜ້າ​ໃຫ້​ບັນ​ດາ​ຊົນ​ເຜົ່າ, ບັນ​ດາ​ເຂດ​ພາກ​ຂອງ​ທົ່ວ​ປະ​ເທດ.
 (​ແຫຼ່ງຄັດ​ຈາກ VOV)

top