ຂ່າວສານ

ວັນທີ 9 ມັງກອນ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ອັດກອງປະຊຸມວິສາມັນເທື່ອທີ 2

ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິກ່ຽວກັບການວາງແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050.

ຕາມແຜນການແລ້ວ, ຕອນບ່າຍວັນທີ 9 ມັງກອນ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ຈັດວາລະອັດກອງປະຊຸມວິສາມັນເທື່ອທີ 2 ທີ່ຫໍປະຊຸມສະພາແຫ່ງຊາດ, ຢູ່ນະຄອນຫຼວງ ຮ່າໂນ້ຍ.

ທີ່ວາລະອັດກອງປະຊຸມ, ສະພາແຫ່ງຊາດໄດ້ລົງປະຊາມະຕິຮັບຮອງເອົາມະຕິກ່ຽວກັບການວາງແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050; ລົງປະຊາມະຕິຮັບຮອງເອົາກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ); ລົງປະຊາມະຕິ ຮັບຮອງເອົາມະຕິກ່ຽວກັບການປັບປຸງແຜນການກູ້ຢຶມທຶນຄືນໃໝ່ປີ 2022 ຂອງບັນດາທ້ອງຖິ່ນ, ເພີ່ມເຕີມແຜນງົບປະມານການໃຊ້ຈ່າຍປະຈຳ ຂອງປີ 2021 ແຫຼ່ງທຶນຊ່ວຍເຫຼືອຫຼ້າຈາກຕ່າງປະເທດ ແລະ ປັບປຸງແຜນງົບປະມານໃຊ້ ບໍ່ທັນໝົດຂອງປີ 2021 ຂອງກົມໃຫຍ່ພາສີອາກອນ ແລະ ກົມໃຫຍ່ພາສີ; ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະຈະກ່າວຄຳເຫັນອັດກອງປະຊຸມ.

 


top