ຂ່າວສານ

ວັນທີ 5 ຕຸລາ, ຫວຽດນາມ ບໍ່ມີຜູ້ເສຍຊີວິດຍ້ອນ ພະຍາດໂຄວິດ-19

ມາຮອດປະຈຸບັນ, ທົ່ວປະເທດໄດ້ສັກວັກແຊງກັນພະຍາດໂຄວິດ-19 ໄດ້ເກືອບ 260.231.967 ໂດສ.

ມາຮອດປະຈຸບັນ, ທົ່ວປະເທດໄດ້ສັກວັກແຊງກັນພະຍາດໂຄວິດ-19 ໄດ້ເກືອບ 260.231.967 ໂດສ.

    

ພາບປະກອບ

  ກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ ໃນວັນທີ 5 ຕຸລານີ້ວ່າ: ມີຜູ້ຕິດເຊື້ອພະຍາດໂຄວິດ-19 ໃໝ່ 1.195 ຄົນ.           ໃນມື້ດຽວກັນ, ມີຄົນເຈັບ 858 ຄົນໄດ້ຮັບການປິ່ນປົວຫາຍດີ, ບໍ່ມີຜູ້ເສຍຊີວິດຍ້ອນ ພະຍາດໂຄວິດ-19

           ເປັນອັນວ່າ, ນັບແຕ່ພະຍາດໂຄວິດ-19ເລີ່ມແຜ່ລະບາດເປັນຕົ້ນມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ລວມທັງໝົດ 11.483.529ຄົນ, ໃນນັ້ນມີ 10.594.844 ຄົນໄດ້ຮັບການປິ່ນປົວຫາຍດີ

     ມາຮອດປະຈຸບັນ, ທົ່ວປະເທດໄດ້ສັກວັກແຊງກັນພະຍາດໂຄວິດ-19 ໄດ້ເກືອບ 260.231.967 ໂດສ.

(ແຫຼ່ງຄັດຈາກ VOV)


top