ຂ່າວສານ

ວັນທີ 3 ສິງຫາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ COVID-19 ຕື່ມອີກ 22 ຄົນ

      ໃນວັນທີ 3 ສິງຫາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ COVID-19 ຕື່ມອີກ 22 ຄົນ, ອັນໄດ້ຍົກຈຳນວນຜູ້ ຕິດເຊື້ອ COVID-19 ທັງໝົດແມ່ນ 642 ຄົນ

ການປິດຄຸ້ມຖະໜົນທີ່ມີຜູ້ຕິດເຊື້ອ
      ຕາມລາຍການຂ່າວເວລາ 18 ໂມງຂອງວັນທີ 3 ສິງຫາຂອງຄະນະຊີ້ນຳກ່ຽວກັບການປ້ອງກັນ ແລະ ສະກັດກັ້ນ COVID-19 ໃຫ້ຮູ້ວ່າ ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ COVID-19 ຕື່ມອີກ 21 ຄົນ, ໃນນັ້ນມີ 15 ກໍລະນີຢູ່ດາໜັງ, 6 ກໍລະນີຢູ່ແຂວງກວາງນາມ. ກ່ອນໜ້ານັ້ນ, ລາຍການຂ່າວເວລາ  6 ໂມງຂອງວັນທີ 3 ສິງຫາຂອງຄະນະຊີ້ນຳກ່ຽວກັບການປ້ອງກັນ ແລະ ສະກັດກັ້ນ COVID-19 ໃຫ້ຮູ້ວ່າ ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ COVID-19 ຕື່ມອີກ 1 ຄົນ ຢູ່ແຂວງກວາງງ້າຍ.
   ເປັນອັນວ່າ ໃນວັນທີ 3 ສິງຫາ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ COVID-19 ຕື່ມອີກ 22 ຄົນ, ອັນໄດ້ຍົກຈຳນວນຜູ້ ຕິດເຊື້ອ COVID-19 ທັງໝົດແມ່ນ 642 ຄົນ. ມາຮອດຈຸດເວລານີ້, ຫວຽດນາມມີ  373/642 ກໍລະນີຕິດເຊື້ອທີ່ປະກາດໄດ້ຮັບການປິ່ນປົວຫາຍດີ ແລະ ຈຳນວນຜູ້ເສຍຊີວິດແມ່ນ 6 ຄົນ.
(ແຫຼ່ງຄັດຈາກ VOV)

top