ຂ່າວສານ

ວັນທີ 29 ເມສາ: ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ ຫວຽດນາມ ຫຼຸດລົງຢ່າງແຮງ

ໃນວັນທີ 29 ເມສາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 6.068 ຄົນ, ຫຼຸດລົງກວ່າ 1.000 ຄົນ ໃນເວລາ 24 ຊົ່ວໂມງຜ່ານມາ.
  (ພາບ: TTXVN)  

 ຕາມລາຍການຂ່າວກ່ຽວກັບພະຍາດໂຄວິດ - 19 ໃນວັນທີ 29 ເມສາ ຂອງກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ມີຜູ້ຕິດເຊື້ອໂຄວິດ - 19 ຕື່ມອີກ 6.068 ຄົນ, ຫຼຸດລົງກວ່າ 1.000 ຄົນ ໃນຮອບເວລາ 24 ຊົ່ວໂມງຜ່ານມາ. ໃນວັນດຽວກັນມີຜູ້ຕິດເຊື້ອໄດ້ຮັບການປິ່ນປົວຫາຍດີ 3.225 ຄົນ.

ໄລ່ມາຮອດປັດຈຸບັນ, ອັດຕາຜູ້ສັກວັກຊິນກັນພະຍາດໂຄວິດ - 19 ຄົບ 2 ເຂັມສຳລັບຜູ້ມີອາຍຸແຕ່ 18 ປີຂຶ້ນໄປແມ່ນ 100%; ເຂັມທີ 3 ແມ່ນ 56,2%; ສ່ວນສຳເລັດຢູ່ໃນເກນອາຍຸແຕ່ 12 – 17, ເຂັມທີໜຶ່ງແມ່ນ 100% ແລະ ເຂັມທີ 2 ແມ່ນ 96,4%.


top