ຂ່າວສານ

ວັນທີ 23 ທັນວາ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຕື່ມອີກ 16.377 ຄົນ

           5 ວັນລຽນຕິດ, ຮ່າໂນ້ຍ ເປັນນະຄອນມີຈຳນວນຜູ້ຕິດເຊື້ອລາຍໃໝ່ຫຼາຍກວ່າໝູ່ໃນທົ່ວປະເທດ ດ້ວຍ 1.774ກໍລະນີ
(ພາບປະກອບ: VOV)
      ວັນທີ 23 ທັນວາ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອໂຄວິດ - 19 ລາຍໃໝ່ຕື່ມອີກ 16.377 ຄົນ ຢູ່ 62 ແຂວງ, ນະຄອນ, ໃນນັ້ນ, 5 ວັນລຽນຕິດ, ຮ່າໂນ້ຍ ເປັນນະຄອນມີຈຳນວນຜູ້ຕິດເຊື້ອລາຍໃໝ່ຫຼາຍກວ່າໝູ່ໃນທົ່ວປະເທດ ດ້ວຍ 1.774 ຄົນ. ກໍໃນວັນດຽວກັນ, ມີຜູ້ຕິດເຊື້ອໂຄວິດ - 19 ເກືອບ 11.000 ຄົນໄດ້ຮັບການປິ່ນປົວຫາຍດີແລ້ວ ແລະ ມີ 280 ຄົນເສຍຊີວິດ.
        ຍອດປະລິມານວັກຊິນທີ່ໄດ້ສັກໄປແລ້ວແມ່ນກວ່າ 142,3 ລ້ານໂດສ, ໃນນັ້ນ ເຂັມທຳອິດແມ່ນກວ່າ 76,5 ລ້ານໂດສ (ກວມເອົາ 81% ຈຳນວນປະຊາກອນ), ເຂັມທີ 2 ແມ່ນກວ່າ 64 ລ້ານໂດສ (ກວມເອົາ 66,4%), ສ່ວນເຂັມທີສາມແມ່ນກວ່າ 1,7 ລ້ານໂດສ.
(ແຫຼ່ງຄັດຈາກ VOV)


top