ຂ່າວສານ

ວັນທີ 22 ກຸມພາ, ຈະດຳເນີນກອງປະຊຸມຄັ້ງທີ 53 ຄະນະປະຈຳສະພາແຫ່ງຊາດຊຸດທີ 14

      ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນກ່ຽວກັບບົດລາຍງານວຽກງານອາຍຸການ 2016 – 2021 ຂອງລັດຖະບານ; ປະກອບຄຳເຫັນດ້ວຍເອກະສານສຳລັບບົດລາຍງານສະຫຼຸບວຽກງານອາຍຸການຊຸດທີ 14 ຂອງສະພາແຫ່ງຊາດ...
ກອງປະຊຸມຄັ້ງທີ 52 ຄະນະປະຈຳສະພາແຫ່ງຊາດ
(ພາບປະກອບ: TTXVN)
      ວັນທີ 19 ກຸມພາ, ຕາມແຫຼ່ງຂ່າວຈາກຫ້ອງວ່າການສະພາແຫ່ງຊາດ ແລ້ວ, ວັນທີ 22 ກຸມພາ 2021, ກອງປະຊຸມຄັ້ງທີ 53 ຄະນະປະຈຳສະພາແຫ່ງຊາດຊຸດທີ 14 ຈະດຳເນີນຢູ່ຫ້ອງປະຊຸມ ເຕີນຈ່າວ, ຫໍສະພາແຫ່ງຊາດ, ນະຄອນຫຼວງຮ່າໂນ້ຍ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ກ່າວຄຳເຫັນໄຂກອງປະຊຸມ ແລະ ພ້ອມກັບບັນດາທ່ານຮອງປະທານສະພາແຫ່ງຊາດຜັດປ່ຽນກັນຈັດເນື້ອໃນຂອງກອງປະຊຸມ.
        ຕາມລາຍການ, ຄາດວ່າ ຄະນະປະຈຳສະພາແຫ່ງຊາດ ຈະເຮັດວຽກເປັນເວລາ 1 ວັນ, ປະກອບຄຳເຫັນປັບປຸງຄັ້ງທີໜຶ່ງໂຄງປະກອບ, ພາກສ່ວນ, ຈຳນວນຜູ້ເຮັດວຽກໃນອົງການຈັດຕັ້ງ, ຫົວໜ່ວຍຢູ່ສູນກາງ ແລະ ທ້ອງຖິ່ນໄດ້ແນະນຳຮັບສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຊຸດທີ 15; ປະກອບຄຳເຫັນກ່ຽວກັບການກຳນົດຈຳນວນຜູ້ແທນສະພາປະຊາຊົນເຄື່ອນໄຫວສະເພາະກິດຂອງນະຄອນຮ່າໂນ້ຍ (ຖ້າມີເງື່ອນໄຂຢ່າງພຽງພໍ).
        ທີ່ກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດໄດ້ພິຈາລະນາ, ປະກອບຄຳເຫັນກ່ຽວກັບບົດລາຍງານວຽກງານອາຍຸການ 2016 – 2021 ຂອງລັດຖະບານ; ປະກອບຄຳເຫັນດ້ວຍເອກະສານສຳລັບບົດລາຍງານສະຫຼຸບວຽກງານອາຍຸການຊຸດທີ 14 ຂອງສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ; ປະກອບຄຳເຫັນກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 11 ສະພາແຫ່ງຊາດຫວຽດນາມ ຊຸດທີ 14…
 (ແຫຼ່ງຄັດຈາກ VOV)


top