ຂ່າວສານ

ວັນທີ 21 ມັງກອນ: ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ເກືອບ 16.000 ຄົນ, ໃນນັ້ນຕິດເຊື້ອສາຍພັນ Omicron 133 ຄົນ

      ໃນວັນທີ 21 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 2.256 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນເກືອບ 1,8 ລ້ານຄົນ
ພາບປະກອບ
      ນັບແຕ່ເວລາ 16 ໂມງຂອງວັນທີ 20 ມັງກອນ ຫາ ເວລາ 16 ໂມງຂອງວັນທີ 21 ມັງກອນ,  ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອ ໂຄວິດ-19 ໃໝ່ ເກືອບ 16.000 ຄົນ, ໃນນັ້ນ ມີ 34 ກໍລະນີມາຈາກຕ່າງປະເທດ ແລະ 15.901 ກໍລະນີຢູ່ 62 ແຂວງ, ນະຄອນພາຍໃນປະເທດ.
       ກໍໃນວັນທີ 21 ມັງກອນ, ຫວຽດນາມ ມີຜູ້ຕິດເຊື້ອ ໂຄວິດ-19 ຈຳນວນ 2.256 ຄົນ ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນ ຜູ້ຕິດເຊື້ອ ໂຄວິດ-19 ໄດ້ຮັບການປິ່ນປົວຫາຍດີຂຶ້ນເປັນເກືອບ 1,8 ລ້ານຄົນ. ໃນວັນດຽວກັນ, ຫວຽດນາມຢັ້ງຢືນມີຜູ້ຕິດເຊື້ອຖືກເສຍຊີວິດ 177 ຄົນ
    ຮອດຕອນບ່າຍວັນທີ 21 ມັງກອນ, ຫວຽດນາມ ສັກວັກຊີນປ້ອງກັນພະຍາດໂຄວິດ-19 ໄດ້ 173,7 ລ້ານໂດສ, ໃນນັ້ນ ສັກວັກຊິນເຂັມທີ 1 ແມ່ນ78, 7 ລ້ານໂດສ, ເຂັມທີ 2 ແມ່ນ 73,5 ລ້ານໂດສ, ເຂັມທີ 3 ແມ່ນຫຼາຍກ່ວາ 21 ລ້ານໂດສ
(ແຫຼ່ງຄັດຈາກ VOV)


top