ຂ່າວສານ

ວັນທີ 20 ກໍລະກົດ ໄຂກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຫວຽດນາມ ຊຸດທີ XV

      ຕອນບ່າຍວັນທີ 17 ກໍລະກົດ, ຫ້ອງວ່າການສະພາແຫ່ງຊາດຈັດກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດທີ XV. ຕາມນັ້ນແລ້ວ, ກອງປະຊຸມຈະໄຂຂຶ້ນໃນວັນທີ 20 ກໍລະກົດ, ກອງປະຊຸມໄດ້ດຳເນີນໃນໄລຍະເວລາ 11 ມື້ເຄິ່ງ, ຄາດວ່າຈະອັດລົງໃນວັນທີ 31 ກໍລະກົດ 2021.
ກອງປະຊຸມຖະແຫຼງຂ່າວກ່ຽວກັບກອງປະຊຸມຄັ້ງປະຖົມມະເລິກ ສະພາແຫ່ງຊາດຊຸດທີ XV
(ພາບ: ສະພາແຫ່ງຊາດ)
      ກອງປະຊຸມຄັ້ງນີ້ມີບົດບາດສຳຄັນທີ່ສຸດ, ຕັ້ງພື້ນຖານໃຫ້ແກ່ການເຄື່ອນໄຫວຂອງສະພາແຫ່ງຊາດຊຸດທີ XV, ໃນນັ້ນມີເນື້ອໃນ: ສະພາແຫ່ງຊາດ ຈະດຳເນີນການເລືອກຕັ້ງ, ໃຫ້ສັດຕະຍາບັນ ບູລະນະບຸກຄະລາກອນບັນດາຕຳແໜ່ງການນຳຂອງບັນດາອົງການແຫ່ງລັດ, ພິຈາລະນາ, ປຶກສາຫາລືບັນດາບົດລາຍງານກ່ຽວກັບເສດຖະກິດ - ສັງຄົມ ແລະ ຕັດສິນບາງບັນຫາສຳຄັນອື່ນໆ.
ທີ່ກອງປະຊຸມຄັ້ງນີ້, ສະພາແຫ່ງຊາດໄດ້ສະຫງວນເວລາເຮັດວຽກມາເປັນ 3 ວັນ ເພື່ອພິຈາລະນາ, ຕັດສິນກ່ຽວກັບວຽກງານຈັດຕັ້ງ, ບຸກຄະລາກອນ. ຕາມຂໍ້ກຳນົດຂອງລັດຖະທຳມະນູນປີ 2013, ພາຍຫຼັງສະພາແຫ່ງຊາດໄດ້ເລືອກຕັ້ງ ປະທານປະເທດ, ປະທານສະພາແຫ່ງຊາດ, ນາຍົກລັດຖະມົນຕີ, ຜູ້ພິພາກສາສານປະຊາຊົນສູງສຸດຈະປະຕິບັດພິທີສາບານຕົວຮັບດຳລົງຕຳແຫນ່ງຕໍ່ຫນ້າສະພາແຫ່ງຊາດ.
(ແຫຼ່ງຄັດຈາກ VOV)


top