ຂ່າວສານ

ວັນທີ 2 ກັນຍາ, ນັກຊ່ຽວຊານກວດສອບສຸຂະອະນາໄມໝາກໄມ້ ອາເມລິກາ ຈະມາ ຫວຽດນາມ

      ຕາມຜູ້ຕາງໜ້າ ກົມປ້ອງກັນພືດແລ້ວ, ວັນທີ 2 ກັນຍາ, ນັກຊ່ຽວຊານຂອງອົງການກວດສອບສຸຂະອະນາໄມ ຜັກພືດ ແລະ ສັດ ຂອງ ອາເມລິກາ  (APHIS) ຂຶ້ນກັບກະຊວງກະສິກຳ ອາເມລິກາ (USDA)  ຈະມາຫວຽດນາມ ເພື່ອປະຕິບັດການກວດສອບສຸຂະອະນາໄມຂອງໝາກໄມ້ຫວຽດນາມ ກ່ອນທີ່ຈະສົ່ງອອກໄປຍັງປະເທດນີ້. 

 (ພາບປະກອບ: plo.vn)
      ນັບແຕ່ເດືອນ ມີນາ 2020, ເມື່ອໂລກລະບາດໂຄວິດ - 19 ມີການຜັນແປຢ່າງສັບສົນ, ອາເມລິກາ ໄດ້ຮຽກຮ້ອງໃຫ້ພະນັກງານປະເທດຕົນຕ້ອງກັບເມືອປະເທດ; ໃນນັ້ນ ມີພະນັກງານຂອງອົງການກວດສອບສຸຂະອະນາໄມ ຜັກພືດ ແລະ ສັດ ຂອງ ອາເມລິກາ.
        ກົມປ້ອງກັນສັດຕູພືດ ໃຫ້ຮູ້ວ່າ ປີ 2019, ຫວຽດນາມ ໄດ້ສົ່ງໝາກໄມ້ 6.000 ໂຕນ ໄປຍັງຕະຫຼາດ ອາເມລິກາ. ໃນ 6 ເດືອນຕົ້ນປີ 2020, ການສົ່ງອອກໝາກໄມ້ຫຼາຍກວ່າ 3.000 ໂຕນ. ປັດຈຸບັນ, ຫວຽດນາມ ມີໝາກໄມ້ 6 ຊະນິດ ທີ່ໄດ້ຮັບການອະນຸຍາດສົ່ງອອກໄປຍັງຕະຫຼາດ ອາເມລິກາ, ເຊິ່ງລວມມີ ໝາກມັງກອນ, ໝາກເງາະ, ໝາກລຳໄຍ, ໝາກລີ້ນຈີ່, ໝາກນ້ຳນົມ ແລະ ໝາກມ່ວງ.
(ແຫຼ່ງຄັດຈາກ VOV)


top