ຂ່າວສານ

ວັນທີ 17 ສິງຫານີ້, ຫວຽດນາມມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນກວ່າ 2.800 ຄົນ

ປະຈຸບັນ, ຫວຽດນາມ ຢືນອັນດັບທີ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນກ່ຽວກັບຈຳນວນຜູ້ຕິດເຊື້ອ
  ພາບປະກອບ  

ວັນທີ 17 ສິງຫານີ້, ກະຊວງສາທາລະນະສຸກຫວຽດນາມ ຢັ້ງຢືນ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ເພີ່ມຂຶ້ນ 2.814 ຄົນ. ເປັນອັນວ່າ, ນັບແຕ່ ພະຍາດໂຄວິດ-19 ເລີ່ມແຜ່ລະບາດເປັນຕົ້ນມາ, ຫວຽດນາມ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ຈຳນວນ 11.373.276 ຄົນ.

ໃນມື້ດຽວກັນ, ທົ່ວປະເທດມີຄົນເຈັບ 5.298 ຄົນ ໄດ້ຮັບການປິ່ນປົວຫາຍດີ. ປະຈຸບັນ, ຈຳນວນກໍລະນີປິ່ນປົວຫາຍດີທັງໝົດແມ່ນ 10.043.338 ກໍລະນີ.

ວັນທີ 17 ສິງຫານີ້, ມີ 3 ຄົນເສຍຊີວິດຍ້ອນພະຍາດໂຄວິດ-19 ຢູ່ແຂວງບາເລຍ - ຫວຸງເຕົ່າ, ຮ່າໂນ້ຍ ແລະ ກວາງນິງ.

ປະຈຸບັນ, ຫວຽດນາມ ຢືນອັນດັບທີ 12 ໃນຈຳນວນ 227 ປະເທດ ແລະ ເຂດແຄ້ວນກ່ຽວກັບຈຳນວນຜູ້ຕິດເຊື້ອ . ມາຮອດຕອນບ່າຍວັນທີ 17 ສິງຫານີ້, ທົ່ວປະເທດໄດ້ສັກຢາວັກຊິນປ້ອງກັນພະຍາດໂຄວິດ-19  ໄດ້ 252.097.399 ໂດສ ແລ້ວ. 

top