ຂ່າວສານ

ວັນທີ 16 ຕຸລາ, ນະຄອນ ໂຮ່ຈີມິນ ປິດໂຮງໝໍກາງສະໜາມແຫ່ງທຳອິດ

      ຕໍ່ສະພາບການທີ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼຸດລົງນັ້ນ ທາງນະຄອນ ໂຮ່ຈີມິນ ໄດ້ຂຶ້ນແຜນການປິດໂຮງໝໍກາງສະໜາມແຕ່ກາງເດືອນຕຸລາ ຫາເດືອນທັນວາ ປີ 2021.
             ພິເສດ ແມ່ນໃຫ້ບຸລິມະສິດຍົກເລີກໂຮງໝໍກາງສະໜາມທີ່ເປັນຫໍພັກ, ໂຮງຮຽນ ກ່ອນໝູ່, ເພື່ອສົ່ງຄືນໃຫ້ນັກຮຽນ, ນັກສຶກສາກະກຽມກັບມາຮຽນຄືນໃໝ່. ລາຍລະອຽດ, ໃນວັນທີ 16 ຕຸລາ ທາງນະຄອນ ໂຮ່ຈີມິນ ໄດ້ປິດໂຮງໝໍສະໜາມເລກ 1 ຢູ່ ຫໍພັກຂອງມະຫາວິທະຍາໄລແຫ່ງຊາດຂອງນະຄອນ ໂຮ່ຈີມິນ.
ໃນວັນທີ 16 ຕຸລາ ທາງນະຄອນ ໂຮ່ຈີມິນ ໄດ້ປິດໂຮງໝໍສະໜາມເລກ 1 ຢູ່ ຫໍພັກຂອງມະຫາວິທະຍາໄລແຫ່ງຊາດ
ຂອງນະຄອນ ໂຮ່ຈີມິນ (ພາບ:
TTXVN)
      ກ່ຽວຂ້ອງເຖິງການສັກວັກຊິນກັນພະຍາດໂຄວິດ - 19 ໃຫ້ຊາວໜຸ່ມ, ເຍົາວະຊົນທີ່ມີອາຍຸແຕ່ 12 – 17 ປີ ນັ້ນ, ທາງນະຄອນ ຄາດວ່າຈະຜັນຂະຫຍາຍການສັກວັກຊິນແຕ່ວັນທີ 22 ຕຸລາ ເປັນຕົ້ນໄປ ແລະ ຈະມີຊາວໜຸ່ມ, ເຍົາວະຊົນທີ່ຢູ່ໃນເກນອາຍຸນີ້ມາສັກວັກຊິນປະມານ 780.000 ຄົນ ແລະ ພະຍາຍາມສູ້ຊົນສັກວັກຊິນເຂັມທຳອິດໃຫ້ເປົ້າໝາຍນີ້ໃຫ້ສຳເລັດພາຍໃນ 01 ອາທິດ. ປັດຈຸບັນ, ຈຳນວນຜູ້ຕິດເຊື້ອພະຍາດໂຄວິດ -  19 ຢູ່ ບໍລິເວນນະຄອນ ໂຮ່ຈີມິນ ໄດ້ຄ່ອຍໆຫຼຸດລົງໃນຮອບ 14 ມື້ຜ່ານມາ ແລະ ຈຳນວນຜູ້ຕິດເຊື້ອໂຄວິດ - 19 ທີ່ປິ່ນປົວຫາຍດີ ແລະ ໄດ້ອອກໂຮງໝໍກໍເພີ່ມຂຶ້ນຫຼາຍກວ່າຈຳນວນຜູ້ເຂົ້າມາປິ່ນປົວ, ຈຳນວນຜູ້ທີ່ຢູ່ໃນອາການເຈັບໜັກກໍຄ່ອຍໆຫຼຸດລົງ, ຈຳນວນຜູ້ທີ່ເສຍຊີວິດກໍຫຼຸດລົງຢ່າງຕໍ່ເນື່ອງ.
(ແຫຼ່ງຄັດຈາກ VOV)


top