ຂ່າວສານ

ວັນທີ 15 ມີນາ, ໄຂກອງປະຊຸມຄັ້ງທີ 21 ຂອງຄະນະປະຈຳສະພາແຫ່ງຊາດ

ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍແຫຼ່ງຊັບພະຍາກອນນ້ຳ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາກິດຈະກຳປ້ອງກັນຊາດ ແລະ ຄ້າຍການທະຫານ, ຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ)
  ກອງປະຊຸມຄັ້ງທີ 20 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ:quochoi.vn)  

ວັນທີ 14 ມີນາ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ: ຕາມແຜນການແລ້ວ, ກອງປະຊຸມຄັ້ງທີ 21 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະໄຂຂຶ້ນໃນວັນທີ 15 ມີນາ ແລະ ອັດລົງໃນວັນທີ 20 ມີນາ, ທີ່ຫໍປະຊຸມສະພາແຫ່ງຊາດ. ທີ່ກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນກ່ຽວກັບບາງບັນຫາໃຫຍ່ຍັງມີຄວາມເຫັນທີ່ແຕກຕ່າງກັນຂອງຮ່າງກົດໝາຍວ່າດ້ວຍລາຄາ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການປະມູນ (ສະບັບປັບປຸງ) ແລະ ຮ່າງກົດໝາຍວ່າດ້ວຍການປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍຕຳຫຼວດປະຊາຊົນ (ພ້ອມທັງພິຈາລະນາ, ຕັດສິນເລື່ອງເພີ່ມເຕີມເຂົ້າໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023). ຄະນະປະຈຳສະພາແຫ່ງຊາດ ກໍ່ປະກອບຄຳເຫັນກ່ຽວກັບຮ່າງກົດໝາຍວ່າດ້ວຍຊັບພະຍາກອນນ້ຳ (ສະບັບປັບປຸງ), ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງ, ປົກປັກຮັກສາກິດຈະກຳປ້ອງກັນຊາດ ແລະ ເຂດການທະຫານ, ຮ່າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ); ປະກອບຄຳເຫັນກ່ຽວກັບການອະພິປາຍ, ຮັບເອົາຄຳເຫັນ, ປັບປຸງຮ່າງກົດໝາຍວ່າດ້ວຍສະຫະກອນ (ສະບັບປັບປຸງ).

ແລະກໍ່ໃນກອງປະຊຸມ, ຄະນະປະຈຳສະພາແຫ່ງຊາດ ຈະປະກອບຄຳເຫັນກ່ຽວກັບຂໍ້ສະເໜີເພີ່ມເຕີມເຂົ້າໂຄງການສ້າງກົດໝາຍ, ລັດຖະບັນຍັດປີ 2023 ສຳລັບ ຮ່າງກົດໝາຍ 2 ສະບັບຄື: ກົດໝາຍວ່າດ້ວຍບັດປະຈຳຕົວຂອງພົນລະເມືອງ (ສະບັບປັບປຸງ), ກົດໝາຍວ່າດ້ວຍບັນດາອົງການສິນເຊື່ອ (ສະບັບປັບປຸງ).

ທີ່ກອງປະຊຸມຄັ້ງທີ 21 ນີ້, ຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະຈັດວາລະຊັກຖາມ ແລະ ຕອບຄຳຊັກຖາມໃນວັນທີ 20 ມີນາ 2023. ວາລະຊັກຖາມຈະໄດ້ຖ່າຍທອດສົດທາງໂທລະພາບ, ວິທະຍຸກະຈາຍສຽງ.


top