ຂ່າວສານ

ວັນຂອງເຟີ: ເຊີດຊູອາຫານການກິນຫວຽດນາມ

      ປີ 2020, ວັນຂອງເຟີ ສືບຕໍ່ແມ່ນວັນບຸນຂອງຜູ້ທີ່ນິຍົມກິນເຟີ ກັບການເຄື່ອນໄຫວເຊີດຊູ, ໂຄສະນາເພື່ອໃຫ້ເຟີ ກາຍເປັນອາຫານທີ່ເປັນຕົວແທນຂອງພື້ນຖານອາຫານການກິນທີ່ອຸດົມສົມບູນຂອງຫວຽດນາມ ອອກສູ່ໂລກ.

(ວັນຂອງເຟີ)
      ວັນທີ 12 ທັນວາ ຜ່ານມາແມ່ນວັນຂອງເຟີ ຄົບຮອບ 3 ປີ (ເຊິ່ງໄດ້ຄັດເລືອກເອົາວັນນີ້ມານັບແຕ່ປີ 2018) ເພື່ອເຊີດຊູຄຸນຄ່າທີ່ເປັນມູນເຊື້ອຂອງອາຫານເຍື່ອງໜຶ່ງໄດ້ສ້າງເປັນເຄື່ອງໝາຍການຄ້າຫວຽດນາມ. ປີ 2020, ວັນຂອງເຟີ ສືບຕໍ່ແມ່ນວັນບຸນຂອງຜູ້ທີ່ນິຍົມກິນເຟີ ກັບການເຄື່ອນໄຫວເຊີດຊູ, ໂຄສະນາເພື່ອໃຫ້ເຟີ ກາຍເປັນອາຫານທີ່ເປັນຕົວແທນຂອງພື້ນຖານອາຫານການກິນທີ່ອຸດົມສົມບູນຂອງຫວຽດນາມ ອອກສູ່ໂລກ.
        ແຕ່ລະປະເທດ, ແຕ່ລະຊົນເຜົ່າ, ດິນແດນແຕ່ລະແຫ່ງກໍ່ລ້ວນແຕ່ມີຈຸດວັດທະນະທຳທາງດ້ານອາຫານການກິນທີ່ແຕກຕ່າງກັນ, ແຕ່ລະເທື່ອ ເມື່ອເວົ້າເຖິງເຍື່ອງອາຫານທີ່ລື້ງເຄີຍ, ເຂົາເຈົ້າກໍ່ຮູ້ເລີຍວ່າແມ່ນຂອງເຂດດິນແດນໃດ, ຊົນຊາດໃດ, ຕົວຢ່າງຄື sushi ແມ່ນຂອງຊາວຍີ່ປຸ່ນ, spagetti ແມ່ນຂອງຊາວອີຕາລີ, ເນີຍແມ່ນຂອງຊາວຝລັ່ງ… ກໍ່ເຊັ່ນດຽວກັນນັ້ນ, ເຟີ ໄດ້ປຽບເໝືອນດັ່ງ “ນາມບັດ” ຂອງຊາວຫວຽດນາມ. ທ່ານຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ຫງວຽນກ໊ວກຢຸງ, ໄດ້ຢືນຢັນຄືແນວນັ້ນໃນງານລາຕີກ່ຽວກັບເລື່ອງລາວຂອງເຟີ.
        “ເຟີ ໄດ້ຕິດຕາມຊາວຫວຽດນາມ ໄປທົ່ວ 5 ທະວີບໃນໂລກ, ປຽບເໝືອນສຳພາລະທາງດ້ານຈິດໃຈທີ່ລ້ຳຄ່າ, ເຕັ້ມໄປດ້ວຍສີສັນຊາດ, ປຽບເໝືອນດັ່ງສາຍຜູກພັນລະຫວ່າງຜູ້ທີ່ຢູ່ຫ່າງໄກຈາກບ້ານເກີດເມືອງນອນໃຫ້ອວ່າຍເມືອຫາກົກເຄົ້າເຫງົ້າກໍ, ສະແດງໃຫ້ເຫັນ “ນ້ຳໃຈຄວາມຮັກຕໍ່ບ້ານເກີດເມືອງນອນ, ຂອງພໍ່ແມ່ພີ່ນ້ອງຮ່ວມຊາດ”, ພ້ອມທັງດ້ວຍຄວາມໝາຍທີ່ວ່າ “ການທູດປະຊາຊົນ”, ເຟີ ໄດ້ປະຕິບັດໜ້າທີ່ເປັນຂົວຕໍ່ເພື່ອແລກປ່ຽນມິດຕະພາບ, ເພີ່ມທະວີຄວາມເຂົ້າອົກເຂົ້າໃຈລະຫວ່າງຊາວຫວຽດນາມ ກັບຊາວທ້ອງຖິ່ນໄດ້ເປັນຢ່າງດີ”.

ເມື່ອໄປຮອດແຂວງ, ນະຄອນໃດກໍ່ໄດ້ກິນເຍື່ອງອາຫານທີ່ມີລົດຊາດຈັບໃຈນີ້
(ພາບ: bnews.vn/TTXVN)
      ໃນເມື່ອກ່ອນເຟີ ເປັນພຽງແຕ່ຖ້ວຍແກງຮ້ອນໆດ້ວຍນ້ຳແກງໃສ, ຊີ້ນໄດ້ຊອຍເປັນປ່ຽງບາງໆວາງໃສ່ເທິງເສັ້ນເຟີ ສີຂາວ, ຕົບແຕ່ງໃຫ້ສວຍງາມດ້ວຍໃບຜັກບົ່ວຂຽວທີ່ມີກິ່ນຫອມ. ປະຈຸບັນ, ເຟີ ໄດ້ມີເຟີຈືນ, ແບ໊ງແກງເຟີ, ເຟີພັນ… ແຕ່ສຳລັບຄອບຄົວທີ່ປະກອບອາຊີບເຮັດເຟີ ມາເປັນເວລາກວ່າ 100 ປີຄືຄອບຄົວຂອງອ້າຍ ຫວູງອັກເວື້ອງ, ເຈົ້າຂອງເຄື່ອງໝາຍການຄ້າ ເຟີງອັກເວື້ອງ, ຢູ່ບ້ານ ເວີນໂກ່, ຕາແສງ ດົ່ງເຊີນ, ແຂວງ ນາມດິ້ງ ແລ້ວລົດຊາດຂອງເຟີ ຍັງເໝືອນເດີມຄືເກົ່າ. ລົດຊາດຂອງເຟີບໍ່ມີການປ່ຽນແປງ ຍ້ອນວ່າ ນີ້ແມ່ນອາຊີບທີ່ເປັນມູນເຊື້ອ ໄດ້ສືບທອດມາຈາກລຸ້ນພໍ່ຕໍ່ລຸ້ນລູກ, ສະນັ້ນ ເຟີເວື້ອງ ຈຶ່ງສາມາດດຶງດູດຜູ້ມີອາຍຸສູງໄດ້ຈຳນວນຫຼາຍ, ດຶງດູດເອົາຜູ້ທີ່ຢາກຊອກຫາລົດຊາດຂອງເຟີ ທີ່ໄດ້ເຕີບໃຫຍ່ພ້ອມກັບເຂົ້າເຈົ້ານັບແຕ່ຍາວຍັງນ້ອຍ. ອ້າຍເວື້ອງ ເວົ້າວ່າ.
        “ໃນຕົວຈິງ, ປະຈຸບັນເຟີບໍ່ມີການປ່ຽນແປງຫຼາຍໃນວິທີປຸງແຕ່ງ ແລະ ລົດຊາດ. ຊ້ຳບໍ່ໜຳໃນໄລຍະປ່ຽນແປງໃໝ່ຄືໃນປະຈຸບັນ ເຟີມີຄຸນນະພາບດີກວ່າຫຼາຍ ຍ້ອນແຫຼ່ງວັດຖຸດິບ, ໄດ້ປຸງແຕ່ງຕາມຂັ້ນຕອນທີ່ເໝາະສົມ, ສ້າງເປັນລົດຊາດພິເສດພໍສົມຄວນ. ຂ້າພະເຈົ້າເຫັນວ່າ, ເພື່ອນມິດສາກົນ ໂດຍສະເພາະແມ່ນຊາວເອີລົບ ມັກກິນເຟີທີ່ສຸດ.”
        ບໍ່ພຽງແຕ່ສຳລັບຊາວຫວຽດນາມ ເທົ່ານັ້ນ, ເຟີ ຍັງດຶງດູດນັກທ່ອງທ່ຽວຜ່ານການເດີນທາງໄປທ່ອງທ່ຽວ, ຍ້ອນເຫດນັ້ນ ແນວຄວາມຄິດຈັດຕັ້ງລາຍການ ວັນຂອງເຟີ ແລະ ລາຍການຕ່າງໆທີ່ໄດ້ຈັດຕັ້ງໃນ 3 ປີຜ່ານມາ ໄດ້ມີການແຜ່ຂະຫຍາຍຢ່າງແທ້ຈິງ, ໄດ້ຮັບການສະໜັບສະໜູນຈາກຫຼາຍຄົນ. ບໍ່ວ່ານັກທ່ອງທ່ຽວຜູ້ໃດເມື່ອມາຫວຽດນາມ ກໍ່ຢາກຊິມເຍື່ອງອາຫານທີ່ຈັບໃຈນີ້. ທ່ານເອກອັກຄະລັດຖະທູດປາແລັດສະຕິນ Sadi Salama ປະຈຳຫວຽດນາມ, ແບ່ງປັນວ່າ.
        “ຂ້າພະເຈົ້າໄດ້ຮູ້ຈັກເຟີ ມາເປັນເວລາກວ່າ 40 ປີແລ້ວ, ນັບແຕ່ເມື່ອຂ້າພະເຈົ້າມາຫວຽດນາມ ເປັນຄັ້ງທຳອິດ. ນັບແຕ່ນັ້ນມາ, ຂ້າພະເຈົ້າຕິດກັບເຟີເລີຍ. ວັນບຸນເຟີຂອງຫວຽດນາມ ແມ່ນຄວາມມານະພະຍາຍາມທ່ີມີຄວາມໝາຍຫຼາຍຢ່າງ ເພື່ອໂຄສະນາ ແລະ ແນະນຳກ່ຽວກັບເຟີຂອງຫວຽດນາມ. ປະຈຸບັນ, ເຟີ ໄດ້ກາຍເປັນຄຳສັບໜຶ່ງເຊິ່ງຫຼາຍຄົນໃນໂລກໄດ້ຮູ້ຈັກເຖິງ. ພວກເຮົາຕ້ອງຮັກສາຈຸດທີ່ເປັນເອກະລັກຂອງເຟີ ແລະ ພັດທະນາໃຫ້ມັນກາຍເປັນ “ໜັງສືຜ່ານແດນ” ໃຫ້ແກ່ວັດທະນະທຳອາຫານການກິນຂອງຫວຽດນາມ ໃນໂລກ”.
        ບໍ່ພຽງແຕ່ແມ່ນເຍື່ອງອາຫານທີ່ມີມາແຕ່ດົນນານເຊິ່ງປະຊາຊົນໃນທົ່ວປະເທດ ແລະ ນັກທ່ອງທ່ຽວສາກົນນິຍົມກັນເທົ່ານັ້ນ, ເຟີ ກໍ່ແມ່ນແຫຼ່ງບັນດານໃຈໃຫ້ແກ່ແມ່ຄົວຄືເອື້ອຍ ຫງວຽນທິແທັງງວຽນ, ເຈົ້າຂອງເຄື່ອງໝາຍການຄ້າ ເຟີຮາຍທ່ຽນ, ຢູ່ເມືອງ 1, ນະຄອນໂຮ່ຈີມິນ.
        “ສຳລັບຂ້າພະເຈົ້າແລ້ວ, ອາຊີບເຮັດເຟີແມ່ນພິເສດທີ່ສຸດ, ເຊິ່ງແມ່ນອາຊີບຂອງປະຊາຊົນຫວຽດນາມ, ບໍ່ພຽງແຕ່ແມ່ນຂອງສະເພາະຄອບຄົວຂ້າພະເຈົ້າ ຫຼື ຂອງຜູ້ໃດຜູ້ໜຶ່ງ. ກໍ່ຍ້ອນອາຊີບເຮັດເຟີ ຊາວຫວຽດນາມ ຫຼາຍຄົນຈຶ່ງໄດ້ເປັນເຈົ້າຂອງຮ້ານອາຫານໃຫຍ່ໃນໂລກ, ໄດ້ເຮັດເຍື່ອງອາຫານຂອງບ້ານເກີດເມືອງນອນຂອງຕົນນັ້ນ ແມ່ນບໍ່ມີສິ່ງໃດປຽບໄດ້”.
        ເມື່ອເວົ້າເຖິງເຟີ, ເຂົາເຈົ້າບໍ່ພຽງແຕ່ຄິດເຖິງເຍື່ອງອາຫານທີ່ຢູ່ທຸກແຖບຖິ່ນ, ເຟີບໍ່ແມ່ອາຫານທີ່ລື້ງເຄີຍເທົ່ານັ້ນ, ຫາກມີຄວາມເອກອ້າງທະນົງໃຈຫຼາຍກວ່າກ່ຽວກັບຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງຊາດ. ເມື່ອໄປຮອດແຂວງ, ນະຄອນໃດກໍ່ໄດ້ກິນເຍື່ອງອາຫານທີ່ມີລົດຊາດຈັບໃຈນີ້.
(ແຫຼ່ງຄັດຈາກ VOV)


top