ຂ່າວສານ

ວັດເຟິດຕິກຢູ່ ລາວ ຈັດຕັ້ງພິທີສວດມົນພາວະນາຂໍ ໃຫ້ຊາວຫວຽດນາມ ອາໄສຢູ່ລາວມີຄວາມຢູ່ເຢັນເປັນສຸກ

ຕອນເຊົ້າວັນທີ 15 ກຸມພາ, ກົງກັບວັນເພັງເດືອນ ຈຽງ ປີຂານ 2022, ວັດເຟິດຕິກ ຢູ່ນະຄອນຫຼວງວຽງຈັນ (ລາວ) ໄດ້ຈັດຕັ້ງພິທີ ສວດມົນ ພາວະນາຂໍ ໃຫ້ ຊາວຫວຽດນາມ ພວມຮ່ຳຮຽນ, ດຳລົງຊີວິດ ແລະ ເຮັດວຽກຢູ່ລາວມີຄວາມຢູ່ເຢັນເປັນສຸກ.

ພະອາຈານໃຫຍ່ ທິກມິງກວາງ (ພາບ: VOV)

ນັບແຕ່ຮຸ່ງເຊົ້າ, ສາສະນິກກະຊົນ, ພໍ່ແມ່ປະຊາຊົນ ເປັນຈຳນວນຫຼວງຫຼາຍໄດ້ມີໜ້າໃນບໍລິເວນຂອງວັດ ເພື່ອເຂົ້າຮ່ວມພິທີສວດມົນພາວະນາຂໍໃຫ້ມີຄວາມສະຫງົບສຸກ ໂດຍພະອາຈານໃຫຍ່ ທິກມິງກວາງ ເປັນເຈົ້າພາບ. ພິທີສວດມົນພາວະນາຂໍໃຫ້ປະເທດຊາດມີສັນຕິພາບ, ປະຊາຊົນຢູ່ເຢັນເປັນສຸກ, ມີສຸຂະພາບທີ່ເຂັ້ມແຂງ, ມີຄວາມສຸກ, ມີຄວາມມຸ່ງຫວັງພັດທະນາ ແລະ ມີຄວາມສະດວກຍາມຕົ້ນປີ ໃໝ່.

ເນື່ອງໃນເຫດການນີ້, ຜູ້ຕາງໜ້າວັດເຟິດຕິກ ຢູ່ລາວ ພ້ອມກັບຜູ້ໃຈບຸນໃຈກຸສົນ ໄດ້ມອບຂອງຂວັນ 150 ພູດລວມມູນຄ່າ 30 ລ້ານກິບ ໃຫ້ແກ່ພໍ່ແມ່ປະຊາຊົນຫວຽດນາມ ປະສົບກັບຄວາມຫຍຸ້ງຍາກ ຢູ່ນະຄອນຫຼວງວຽງຈັນ ເພື່ອແບ່ງປັນ ແລະ ລະດົມກຳລັງໃຈພໍ່ແມ່ປະຊາຊົນໃນການດຳລົງຊີວິດຍາມຕົ້ນປີໃໝ່.

(ແຫຼ່ງຄັດຈາກ VOV)


top