ຂ່າວສານ

ວັດພູ - ສະຖານທີ່ທ່ອງທ່ຽວທີ່ບໍ່ຄວນພາດໃນລາຍການໄປທ່ຽວຢູ່ພາກໃຕ້ ສປປ ລາວ

“ວັດພູ ແມ່ນສະຖານທີ່ຄວນຈະໄປ ແລະ ຕ້ອງໄປໃນລາຍການທ່ອງທ່ຽວຢູ່ເມືອງລາວ” - ນັ້ນແມ່ນຄຳແນະນຳຂອງເອື້ອຍ ແອັງເຟືອງ, ເຊິ່ງເປັນຜູ້ທີ່ເຄີຍດຳລົງຊີວິດ, ເຮັດວຽກຢູ່ລາວ ເປັນເວລາຫຼາຍປີ ແລະ ເຄີຍໄປທ່ຽວຫຼາຍບ່ອນຢູ່ເມືອງລາວ. ວັດພູ ຢູ່ໃສ, ມີຫຍັງທີ່ດຶງດູດໃຈປານນັ້ນ? ຈົ່ງຄົ້ນຫາວັດພູ ພ້ອມກັບເອື້ອຍ ແອັງເຟືອງ ຜ່ານບົດຂຽນຂອງນັກຂ່າວພາກສາລາວເດີ້.
ວັດພູ

ຕົ້ນເດືອນ ມີນາ, ແຕ່ຢູ່ນະຄອນຫຼວງ ວຽງຈັນ ອາກາດຮ້ອນເອົ້າ, ຄອບຄົວເອື້ອຍ ແອັງເຟືອງ ໄດ້ຕັດສິນໃຈກັບຄືນມາຢ້ຽມຢາມ ວັດພູ ຄັ້ງທີ 2. ຄອບຄົວເອື້ອຍ ພັກຢູ່ ປາກເຊ,  ເມືອງເອກຂອງແຂວງ ຈຳປາສັກ (ທາງພາກໃຕ້ ສປປ ລາວ), ແຕ່ປາກເຊ ຕ້ອງເດີນທາງປະມານກ່ວາ 30 ກມ ຈິ່ງຈະໄປຮອດ ວັດພູ. ພາຍຫຼັງທີ່ຊື້ປີ້, ຄອບຄົວມີສະມາຊິກ 4 ຄົນຂອງເອື້ອຍ ໄດ້ຂີ່ລົດໄຟຟ້າໄປບັນດາຈຸດທ່ອງທ່ຽວຫຼັກ. ທາງເຂົ້າໄປວັດ ມີເສົາຫີນຕັ້ງຢູ່ສອງຟາກທາງ, ໜ້າທາງປູຫີນແຜ່ນໃຫຍ່, ພຽງ. ຜາສາດຊັ້ນເທິງນອນຢູ່ກາງພູ, ຂັ້ນໄດກໍ່ປູດ້ວຍຫີນ, ສອງຟາກທາງແມ່ນເສົາຫີນໃຫຍ່, ຕັ້ງຂຶ້ນ. ວັດພູ ມີສະຖາປັດຕະຍາກຳແມ່ນແຜ່ນຫີນໃຫຍ່ໄດ້ຈັດສະຫຼັບຊັບຊ້ອນກັນ, ໃນນັ້ນໄດ້ຄວັດລວດລາຍລະອຽດອ່ອນ, ງາມຕາ. ຢູ່ຝາຫີນດ້ານຫຼັງວັດມີຮູບປັ້ນໃຫຍ່ນ້ອຍເປັນຈຳນວນຫຼາຍທີ່ໄດ້ຄວັດຢ່າງມີຊີວິດຊີວາ. ເຖິງວ່າ ອາກາດຮ້ອນກ່ໍຕາມ, ແຕ່ລູກຊາຍ ແລະ ລູກສາວຂອງເອື້ອຍ ເຟືອງ ກໍຍັງຍ່າງເອົາເອງດ້ວຍຄວາມມ່ວນຊື່ນ. ທັງຍ່າງຂຶ້ນຂັ້ນດຫີນສີດຳໆຜ່ານການເວລາ, ສອງເບື້ອງແມ່ນຕົ້ນຈຳປາເກົ່າແກ່, ກົກໃຫຍ່, ຮົ່ມກ້ວາງ, ເອື້ອຍ ແອັງເຟືອງ ທັງແບ່ງປັນວ່າ:

“ຂ້າພະເຈົ້າມາຢ້ຽມຢາມເທື່ອທຳອິດແມ່ນຍ້ອນໄປນຳສາມີ. ເພິ່ນໄດ້ໄປ ຈຳປາສັກ ຫຼາຍຄັ້ງ ແລະ ຢັ້ງຢືນວ່າ ເມື່ອມາ ປາກເຊ, ເມືອງເອກຂອງແຂວງ ຈຳປາສັກ ແມ່ນຕ້ອງໄປຢາມ ວັດພູ. ຂ້າພະເຈົ້າ ໄປນຳຄອບຄົວແຕ່ບໍ່ທັນຮູ້ວ່າຢູ່ແຫ່ງນີ້ມີຫຍັງແດ່. ເມື່ອມາຮອດແລ້ວ, ຂ້າພະເຈົ້າມີຄວາມຕື່ນຕະລຶງຍ້ອນຄວາມງາມຢູ່ທີ່ນີ້.  ເມື່ອບ້ານແລ້ວ, ຂ້າພະເຈົ້າໝັ້ນໝາຍວ່າຈະຕ້ອງກັບຄືນມາເປັນເທື່ອທີ 2, ຈະຍາດເວລາເພື່ອມາຢ້ຽມຢາມເຂດປູຊະນີຍະສະຖານພິເສດແຫ່ງນີ້ໃຫ້ຫຼາຍກ່ວາອີກ”.

ວັດພູ ມີອາຍຸເກົ່າແກ່ທີ່ສຸດໃນເມືອງລາວ ຕັ້ງຢູ່ເມືອງ ປາກເຊ, ແຂວງ ຈຳປາສັກ ທາງທິດຕາເວັນຕົກພາກໃຕ້ ລາວ, ເຊິ່ງມີຊາຍແດນຕິດກັບ ໄທ ແລະ ກຳປູເຈຍ. ສະຖານທີ່ແຫ່ງນີ້ໄດ້ດຶງດູດແຂກທ່ອງທ່ຽວດ້ວຍຄວາມງາມແບບເລິກລັບ, ເກົ່າແກ່ ແລະ ເປັນເອກະລັກສະເພາະທີ່ສຸດ. ວັດແຫ່ງນີ້ຍັງມີຫຼາຍຮ່ອງຮອຍຂອງອະລິຍະທຳດັັ້ງເດີມ ດ້ວຍຕຶກອາຄານທີ່ເຮັດດ້ວຍຫີນຊາຍ. ແຂກທ່ອງທ່ຽວຫຼາຍຄົນໄປຢາມວັດພູ ຍ້ອນຢາກຄົ້ນຫາ 1 ໃນຈຳນວນ  ມໍລະດົກ UNESCO 3 ແຫ່ງຂອງລາວ. ພາຍຫຼັງທີ່ໄດ້ຮັບການຢັ້ງຢືນເປັນມໍລະດົກໂລກ, ວັດພູ ນັບມື້ນັບກາຍເປັນສະຖານທີ່ໄດ້ຮັບຄວາມນິຍົມຈາກແຂກທ່ອງທ່ຽວຍ້ອນຄວາມງາມແບບໃຫຍ່ໂຕມະໂຫຖານ ຂອງບັນດາກິດຈະກຳດ້ວຍສະຖາປັດຕະຍາກຳທີ່ເປັນເອກະລັກສະເພາະ ແລະ ບັນດາຄຸນຄ່າດ້ານວັດທະນະທຳ, ປະຫວັດສາດ.

ຍ້ອນວ່າ ນີ້ແມ່ນຄັ້ງທີ 2 ທີ່ມາຢາມແຫ່ງນີ້, ດັ່ງນັ້ນ ເອື້ອຍ ແອັງເຟືອງ ໄດ້ຍາດເວລາສ່ວນຫຼາຍເພື່ອຊົມເບິ່ງບັນດາລວດລາຍ, ສະຖາປັດຕະຍາກຳທີ່ໄດ້ຄວັດເທິງຫີນນັ້ນ. ເວລາທີ່ລູກໆຢອກກັນ, ຜົວເມຍເອື້ອຍ ໄດ້ຖ່າຍຮູບ check in ຢູ່ບັນດາບ່ອນທີ່ມີສະຖາປັດຕະຍາກຳງາມ ເຊິ່ງຄັ້ງກ່ອນຍັງບໍ່ທັນມີໂອກາດຖ່າຍຮູບ:

“ເມື່ອມາຢ້ຽມຢາມ ວັດພູ, ຂ້າພະເຈົ້າມີຄວາມແປກປະຫຼາດໃຈຍ້ອນຄວາມງາມຢູ່ແຫ່ງນີ້. ໂອ້, ສະຖານທີ່ແຫ່ງນີ້ແມ່ນວັດແຫ່ງເກົ່າແກ່ທີ່ສຸດຂອງລາວບໍ, ຊ້ຳບໍໜຳ ມັນມີອາຍຸຫຼາຍກ່ວາ ອັງກໍວັດ ຂອງ ກຳປູເຈຍ ອີກ. ກ່ອນນີ້ກ່ວາ 1.000 ປີ, ມະນຸດເຮັດແນວໃດເພື່ອມີແຮງນຳເຄື່ອງຂອງທີ່ລຽບງ່າຍຂອງສະໄໝກ່ອນໆນີ້ຂຶ້ນມາເທິງພູ ເພື່ອກໍ່ສ້າງກິດຈະກຳໃຫຍ່ໂຕມະໂຫຖານແບບນີ້. ເມື່ອສັງເກດຈາກທາງໄກ ແລະ ເບິ່ງແຕ່ເທິງລົງມາກໍ່ເຫັນວ່າ ມັນໃຫ່ຍ ແລະ ໝັ້ນແກ່ນທີ່ສຸດເມື່ອສັງເກດໃກ້ໆຈະເຫັນວ່າ ບັນດາລວດລາຍທີ່ໄດ້ຄວັດໃນຫີນນັ້ນເປັນເອກະລັກສະເພາະຂອງວັດແຫ່ງຕ່າງໆຂອງຂະແມ ແລະ ອິນເດຍ”.

ບັນດາສະຖານທີ່ທ່ອງທ່ຽວຢູ່ແຂວງ ຈຳປາສັກ ຍັງເປັນແບບທຳມະຊາດ ແລະ ບໍ່ທັນໄດ້ຮັບການລົງທຶນຫຼາຍ, ດັ່ງນັ້ນພື້ນຖານໂຄງລ່າງ, ບັນດາການບໍລິການທ່ອງທ່ຽວຍັງບໍ່ທັນດຶງດູດແຂກທ່ອງທ່ຽວໄດ້ຫຼາຍປານໃດ. ໃນຊຸມປີມໍ່ໆມານີ້, ແຂວງ ຈຳປາສັກ ໄດ້ສ້າງລາຍການທ່ອງທ່ຽວສົມທົບກັບການຂຸດຄົ້ນວັດພູ ແລະ ທັດສະນີຍະພາບຈຳນວນໜຶ່ງໃນບໍລິເວນແຂວງ ເພືື່ອເພີ່ມທາງເລືອກໃຫ້ແຂກທ່ອງທ່ຽວ. ພາຍຫຼັງຖືກຂາດວັກຂາດຕອນ ຍ້ອນໂລກລະບາດໂຄວິດ -19, ຕົ້ນເດືອນ ທັນວາ ຜ່ານມາ, ອຳນາດການປົກຄອງທ້ອງຖິ່ນ ໄດ້ຈັດງານບຸນ ວັດພູ ເຊິ່ງໄດ້ດຶງດູດແຂກທ່ອງທ່ຽວທັງຢູ່ພາຍໃນ ແລະ ຕ່າງປະເທດເປັນຈຳນວນຫຼວງຫຼາຍ.

ຢູ່ມໍລະດົກວັດທະນະທຳໂລກແຫ່ງນີ້, ແຂກທ່ອງທ່ຽວຈະບໍ່ເຄີຍເຫັນຜູ້ຍາມ, ຜູ້ປົກປ້ອງ, ຜູ້ນຳທ່ຽວ, ຜູ້ຖ່າຍຮູບຄືຢູ່ສະຖານທີ່ທ່ອງທ່ຽວແຫ່ງອື່ນ. ປະເທດລາວ ມີມໍລະດົກໂລກ 3 ແຫ່ງ, ແຕ່ລະແຫ່ງມີຄວາມງາມສະເພາະຂອງຕົນ ແຕ່ ວັດພູ ແມ່ນສະຖານທີ່ທີ່ເຕັມໄປດ້ວຍການເຫຼື້ອມໃສທີ່ຍາວນານ ເຊິ່ງຍາກທີ່ຈະດຫັນໄດ້ຢູ່ບ່ອນອື່ນໄດ້. ກໍ່ຄືກັບແຂກທ່ອງທ່ຽວຫຼາຍຄົນ, ເອື້ອຍ ແອັງເຟືອງ ຫວັງວ່າ ອຳນາດການປົກຄອງແຂວງ ຈະສ້າງປ້າຍແນະນຳຂໍ້ມູນ, ບາກົດຢູ່ບັນດາສະຖານທີ່ນັ້ນ, ໂດຍບໍ່ຕ້ອງການຜູ້ນຳທ່ຽວ, ແຂກທ່ອງທ່ຽວກໍ່ສາມາດຊອກຮູ້ເອງຜ່ານການສະແກນຂໍ້ມູນ ທີ່ຕິດຢູ່ບັນດາວັດຖຸພັນ ຫຼື ຮັບຟັງຄຳອະທິບາຍເພື່ອຊອກຮູ້ຕື່ມ ກ່ຽວກັບຈຸດຄວາມງາມດ້ານປະຫວັດສາດ ແລະ ວັດທະນະທຳຂອງສະຖານທີ່ແຫ່ງນີ້. ຈົ່ງໄປທ່ຽວ ວັດພູ ແດ່ເດີ້ ເມື່ອທ່ານໄປທ່ຽວທາງພາກໃຕ້ຂອງປະເທດລາວ./.


top