ຂ່າວສານ

ວັດທະນະທຳທີ່ເປັນມູນເຊື້ອຂອງ 54 ຊົນເຜົ່າ ແມ່ນແຫຼ່ງກຳລັງອັນລ້ຳຄ່າເພື່ອສ້າງ ຫວຽດນາມ ເຂັ້ມແຂງ

ວັດທະນະທຳທີ່ເປັນມູນເຊື້ອຂອງ 54 ຊົນເຜົ່າ ຫວຽດນາມ ແມ່ນສັບຊົມບັດ ແລະ ແຫຼ່ງກຳລັງລ້ຳຄ່າເພື່ອສ້າງ ຫວຽດນາມ ເຂັ້ມແຂງ.
(ທ່ານປະທານປະເທດ ເລືອງເກື່ອງ ກ່າວຄຳເຫັນທີ່ວັນບຸນ)

ຕອນເຊົ້າວັນທີ 15 ກຸມພາ, ຢູ່ບ້ານ ວັດທະນະທຳ - ທ່ອງທ່ຽວບັນດາເຜົ່າ ຫວຽດນາມ (ດົ່ງໂມ, ເຊີນໄຕ, ຮ່າໂນ້ຍ), ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ເຂົ້າຮ່ວມວັນບຸນ “ສີສັນລະດູບານໃໝ່ຢູ່ທຸກແຖບຖິ່ນໃນທົ່ວປະເທດ” ລະດູບານໃໝ່ປີມະເສັງ 2025.

ກ່າວຄຳເຫັນທີ່ວັນບຸນ, ທ່ານປະທານປະເທດ ເລືອງເກື່ອງ ເນັ້ນໜັກວ່າ, ວັດທະນະທຳທີ່ເປັນມູນເຊື້ອຂອງ 54 ຊົນເຜົ່າ ຫວຽດນາມ ແມ່ນສັບຊົມບັດ ແລະ ແຫຼ່ງກຳລັງລ້ຳຄ່າເພື່ອສ້າງ ຫວຽດນາມ ເຂັ້ມແຂງ. ຍ້ອນວັດທະະນະທຳແມ່ນມີຫຼາຍຮູບຫຼາຍແບບ ແລະ ອຸດົມສົມບູນ, ພ້ອມກັບຈິດໃຈສາມັກຄີ, ອຸມຊູຊ່ວຍເຫຼືອເຊິ່ງກັນແລະກັນ, ຫວຽດນາມ ໄດ້, ພວມ ແລະ ຈະຜ່ານຜ່າທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ບືນຕົວຂຶ້ນເພື່ອຍາດເອົາບັນດາຜົນງານທີ່ຍິ່ງໃຫຍ່ໃນພາລະກິດພັດທະນາປະເທດຊາດ ແລະ ປົກປັກຮັກສາປະເທດຊາດໄວຢ່າງໝັ້ນຄົງ. ທ່ານປະທານປະເທດ ເລືອງເກື່ອງ, ສະເໜີວ່າ:

“ທຸກຂັ້ນ, ທຸກຂະແໜງການ, ບັນດາອົງການຈັດຕັ້ງໝູ່ຄະນະ, ຈາກສູນກາງລົງຮອດທ້ອນຖິ່ນ ຕ້ອງສືບຕໍ່ຄົ້ນຄວ້າ, ປະກາດໃຊ້ ແລະ ຈັດຕັ້ງປະຕິບັດບັນດານະໂຍບາຍກ່ຽວກັບຊົນເຜົ່າໃຫ້ເປັນຢ່າງດີ, ຮັບປະກັນສິດຜົນປະໂຫຍດ ແລະ ຍົກສູງຊີວິດທາງດ້ານວັດຖຸ, ຈິດໃຈຂອງພໍ່ແມ່ປະຊາຊົນບັນດາເຜົ່າ. ພ້ອມກັນນັ້ນ, ມີມາດຕະການແກ້ໄຂຢ່າງມີປະສິດທິພາບ ເພື່ອປົກປ້ອງ ແລະ ສືບຕໍ່ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳທີ່ເປັນມູນເຊື້ອຂອງປະຊາຄົມບັນດາເຜົ່າ, ຮັກສາຄວາມງາມດ້ານວັດທະນະທຳພິເສດສະເພາະຂອງແຕ່ລະຊົນເຜົ່າ”.


top