ຂ່າວສານ

ວັດທະນະທຳກຳມະກອນບໍ່ແຮ່ - ບັນດາຄຸນຄ່າ ແລະ ການກຳນົດທິດໃນໄລຍະເຊື່ອມໂຍງສາກົນ

      ເມື່ອເວົ້າເຖິງມູນເຊື້ອວັດທະນະທຳກຳມະກອນບໍ່ແຮ່, ປະຊາຊົນເຂດຖ່ານຫີນແຂວງ ກວ໋າງນິງ ກໍ່ລ້ວນແຕ່ຢືນຢັນຄຸນຄ່າຫຼັກແຫຼ່ງແກ່ນສານ ອັນໄດ້ສ້າງເປັນຈຸດພິເສດສະເພາະຂອງຂະແໜງຖ່ານຫີນ ນັ້ນແມ່ນຈິດໃຈປະຕິບັດກົດລະບຽບວິໄນ ແລະ ຮ່ວມຈິດຮ່ວມໃຈ. ໂດຍຜ່ານບັນດາໄລຍະປະຫວັດສາດ, ຄຸນຄ່າວັດທະນະທຳດັ່ງກ່າວ ຂອງບັນດາກຳມະກອນບໍ່ແຮ່ ໄດ້ປະກອບສ່ວນເສີມສ້າງ ແລະ ເຮັດໃຫ້ວັດທະນະທຳຊົນຊັ້ນກຳມະກອນ ຫວຽດນາມ ມີຊີວິດຊີວາຫຼາຍຂຶ້ນ.
ພວກກຳມະກອນບໍລິສັດຖ່ນຫີນ ທົງເຍິດ
      ຂະແໜງຜະລິດຖ່ານຫີນ ມີຈຸດພິເສດສະເພາະ ແມ່ນ ລຳບາກ, ເຊື່ອມພິດ ແລະ ເປັນອັນຕະລາຍ, ຍິ່ງກວ່ານັ້ນ ນີ້ກໍ່ແມ່ນຂະແໜງຜະລິດອຸດສາຫະກຳຕົ້ນຕໍຕາມຕ່ອງໂສ້, ດັ່ງນັ້ນຈຳນວນແຮງງານມີຢ່າງຫຼວງຫຼາຍ. ແຕ່ລະຂອດການ, ແຕ່ລະພາກສ່ວນ ກໍ່ແມ່ນຕາໂສ້ໜຶ່ງທີ່ສຳຄັນເຊິ່ງຂາດບໍ່ໄດ້ ແລະ ຍາມໃດກໍ່ເຊື່ອມຕໍ່ກັນຢ່າງແໜ້ນແຟ້ນ ແລະ ຊ່ວຍໜູນໃຫ້ແກ່ກັນ. ຈາກຂອດສ້າງແຜນການ, ວິທີການຂຸດຄົ້ນ, ສະໜອງວັດຖຸອຸປະກອນ, ເຈາະທຳລະເບີດແຕກ, ຫຼື ຂຸດດິນຫີນ, ການຂົນສົ່ງຖ່ານຫີນ, ການປຸງແຕ່ງຕະຫອດຮອດການຈຳໜ່າຍ ກໍ່ລ້ວນແຕ່ຕ້ອງປະຕິບັດຕາມກົດລະບຽບວິໄນ ແລະ ຮ່ວມຈິດຮ່ວມໃຈ. ວັດທະນະທຳຂະແໜງຖ່ານຫີນ ຫວຽດນາມ ບໍ່ອາດຕັດແຍກອອກຈາກວັດທະນະທຳກຳມະກອນບໍ່ແຮ່  ເວົ້າລວມ ແລະ ກຳມະກອນຂະແໜງຖ່ານຫີນໃນໂລກເວົ້າສະເພາະ. ໃນຕ່ອງໂສ້ຜະລິດ, ຂັ້ນຕອນນີ້ຕ້ອງແທດເໝາະກັບຂັ້ນຕອນຕໍ່ໄປ, ຄົນຜູ້ນີ້ຕ້ອງຂຶ້ນກັບຄົນຜູ້ອື່ນ ບັງຄັບໃຫ້ກຳມະກອນບໍ່ແຮ່ ຕ້ອງມີຄວາມລະມັດລະວັງທີ່ສຸດ ຫຼີກລ້ຽງຄວາມຂາດຕົກປົກຜ່ອງ. ທຸກໆຄົນຕ້ອງປະຕິບັດຕາມມາດຕະການເຕັກນິກຄວາມປອດໄພ, ຂັ້ນຕອນການຜະລິດ ແລະ ຄຳສັ່ງຂອງຜູ້ຊີ້ນຳຢ່າງເຄັ່ງຄັດມັນບໍ່ແຕກຕ່າງຫຍັງກັບນັກຮົບພວມຕໍ່ສູ້ຢູ່ສະໜາມຮົບ. ອ້າຍ ຫງວຽນວັນນາມ ກຳມະກອນສັງກັດບໍລິສັດຖ່ານຫີນ ຖົງເຍິດ ເປີດເຜີຍວ່າ:
    “ຂ້າພະເຈົ້າເອງກໍ່ໄດ້ຮັບຟັງ ແລະ ຮັບເອົາບັນດາບົດຮຽນຂອງປູ່ຍ່າຕາຍາຍປະໄວ້ໃຫ້. ຮັບຮູ້ຢ່າງຈະແຈ້ງ ກ່ຽວກັບກົດລະບຽບວິໄນ ຂອງຂະແໜງບໍ່ແຮ່, ຂ້າພະເຈົ້າພ້ອມກັບອ້າຍນ້ອງກຳມະກອນໃນບໍລິສັດພະຍາຍາມເສີມຂະຫຍາຍ ແລະ ຮຽນຮູ້ບັນດາບົດຮຽນຕື່ມອີກ ເພື່ອນຳໃຊ້ວິທະຍາສາດເຂົ້າໃນການຜະລິດ ປະກອບສ່ວນນຳບໍລິສັດພັດທະນາດີຂຶ້ນອີກ”.
  ໃນຂະແໜງຖ່ານຫີນ ບັນດາຜູ້ປະກອບອາຊີບເປັນກຳມະກອນບໍ່ແຮ່ ແມ່ນປະສົບກັບຄວາມຫຍຸ້ງຍາກລຳບາກ ແລະ ເປັນອັນຕະລາຍທີ່ສຸດ ດັ່ງນັ້ນນ້ຳໃຈຄວາມເປັນມະນຸດຍິ່ງເລິກເຊິ່ງ ແລະ ໄດ້ສ້າງເປັນສີສັນວັດທະນະທຳທີ່ແຕກຕ່າງກັບອາຊີບອື່ນໆ. ອ້າຍ ດິງວັນຮຽບ ກຳມະກອນບໍ່ແຮ່ ສັງກັດບໍລິສັດຖ່ານຫີນ ຖົງເຍິດ ແບ່ງປັນວ່າ:
    “ເມື່ອທຽບໃສ່ເງື່ອນໄຂໄປເຊົາເຮືອນພັກຢູ່ແບບລວມໝູ່, ການນອນພັກເລີຍຢູ່ບໍລິສັດ ແມ່ນດີກວ່າຫຼາຍ. ອ້າຍນ້ອງເມື່ອໄປເຮັດວຽກມາ ກໍ່ມີບ່ອນຢູ່ສະອາດດີ ແລະ ມີຄວາມອຸ່ນອ່ຽນໃຈເຮັດວຽກ”.
ກຳມະກອນບໍ່ແຮ່ສ່ວນຫຼວງຫຼາຍຢູ່ ຫວຽດນາມ ນັບແຕ່ກ່ອນເປັນຕົ້ນມາ ກໍ່ລ້ວນແຕ່ກຳເນີດຂຶ້ນຢູ່ຊົນນະບົດ ເປັນຊາວກະສິກອນ. ເພາະສະນັ້ນ ວັດທະນະທຳຂະແໜງຖ່ານຫີນ ແມ່ນເຂັ້ມຂົ້ນໄປດ້ວຍວັດທະນະທຳໝູ່ບ້ານຕາແສງ. ໃນຂະບວນການອອກແຮງງານ ທຳການຜະລິດ ຂອງພະນັກງານ ພາລະກອນຜູ້ອອກແຮງງານ ຢູ່ເຂດບໍ່ແຮ່ ກໍ່ເຄີຍຮ່ວມມືແລກປ່ຽນບົດຮຽນ ຫຼື ສຳຜັດກັບວິທະຍາສາດ ເຕັກໂນໂລຊີຂອງຫຼາຍປະເທດໃນໂລກ. ຜ່ານນັ້ນໄດ້ປະກອບສ່ວນຊຸກຍູ້ການພົວພັນວັດທະນະທຳກັບຕ່າງປະເທດ. ຫວ່າງແລ້ວນີ້ ກຸ່ມບໍລິສັດຖ່ານຫີນ ແຮ່ທາດ ຫວຽດນາມ ໄດ້ຜັນຂະຫຍາຍແຜນຮ່າງ “ເສີມຂະຫຍາຍມູນເຊື້ອວັດທະນະທຳກຳມະກອນບໍ່ແຮ່ ໃນໄລຍະໃໝ່”. ແຜ່ນຮ່າງໄດ້ຢັ້ງຢືນຈຸດວັດທະນະທຳທີ່ແຕກຕ່າງຂອງຂະແໜງຖ່ານຫີນ ເມື່ອທຽບໃສ່ຂະແໜງອື່ນໆ ເພື່ອສ້າງຮູບພາບກຳມະກອນບໍ່ແຮ່ - ນັກຮົບ; ເຊີດຊູຮູບພາບກຳມະກອນວັດທະນະທຳຂອງຂະແໜງຖ່ານຫີນ. ທ່ານ ປອ ຟານວັນລິງ ຮອງຫົວໜ້າສະຖາບັນກຳມະກອນກຳມະບານ ຮອງຫົວໜ້າຮັບຜິດຊອບແຜນຮ່າງ “ເສີມຂະຫຍາຍມູນເຊື້ອວັດທະນະທຳ ກຳມະກອນບໍ່ແຮ່ໃນໄລຍະໃໝ່” ໃຫ້ຮູ້ວ່າ:
   “ວັດທະນະທຳກຳມະກອນບໍ່ແຮ່ ແມ່ນໜຶ່ງໃນບັນດາວັດທະນະທຳພື້ນຖານ ເຊິ່ງຢູ່ໃນນັ້ນກໍ່ມີຈິດໃຈຄຸນຄ່າທີ່ມີມາແຕ່ດົນນານສົມທົບກັບທິດສະດີກ່ຽວກັບຊົນຊັ້ນ, ຂະບວນການກຳມະກອນໃນປະຫວັດສາດ ມັນປະກອບສ່ວນເຂົ້າໃນປະຫວັດສາດປະຕິວັດ ນັບແຕ່ກ່ອນມາຮອດປັດຈຸບັນ. ໃນສະພາບການປະຕິວັດອຸດສາຫະກຳຄັ້ງທີ 4 ປັດຈຸບັນ, ຈິດໃຈປະຕິບັດກົດລະບຽບວິໄນ ແລະ ຮ່ວມຈິດຮ່ວມໃຈກັນຂອງຂະແໜງຖ່ານຫີນ ແມ່ນສາມາດແຜ່ກະຈາຍສູ່ຂະແໜງອື່ນໆ. ຈາກນັ້ນກາຍເປັນໜຶ່ງໃນບັນດາເສົາຄ້ຳໃນການນຳໃຊ້ບັນດາຄຸນຄ່າວັດທະນະທຳ ເພື່ອຍົກສູງປະລິມານການຜະລິດ ສະມັດທະພາບການອອກແຮງງານ ປະກອບສ່ວນຊຸກຍູ້ການພັດທະນາປະເທດຊາດ”.
  ມູນເຊື້ອທີ່ສະຫງ່າລາສີຂອງຂະບວນການກຳມະກອນບໍແຮ່ ແລະ ການປະກອບສ່ວນຂອງກຳມະກອນຂະແໜງຖ່ານຫີນ ໄດ້ຊຸກຍູ້ພາລະກິດການກໍ່ສ້າງຊົນຊັ້ນກຳມະກອນ ອົງການກຳມະບານ ຫວຽດນາມ. ອະນຸລັກເສີມຂະຫຍາຍມູນເຊື້ອວັດທະນະທຳກຳມະກອນບໍໍ່ແຮ່ໃນໄລຍະໃໝ່ ປະກອບສ່ວນປັບປຸງ ແລະ ຍົກລະດັບເຄື່ອງໝາຍກຸ່ມບໍລິສັດຖ່ານຫີນແຮ່ທາດ ຫວຽດນາມ, ກໍ່ສ້າງຂະແໜງຖ່ານຫີນ ຫວຽດນາມ ພັດທະນາແບບຍືນຍົງ. 
(ແຫຼ່ງຄັດຈາກ VOV)


top