ເຫດການ ແລະ ບັນຫາ

ວັດທະນະທຳ ຫວຽດ: ກຳລັງແຮງພາຍໃນ ເພື່ອພັດທະນາການທ່ອງທ່ຽວ

ຫວຽດນາມ ມີພື້ນຖານວັດທະນະທຳ ທີ່ເປັນເອກະລັກ ມາແຕ່

ຫວຽດນາມ ມີພື້ນຖານວັດທະນະທຳ ທີ່ເປັນເອກະລັກ ມາແຕ່ ດົນນານ ຊຶ່ງ ຕິດພັນກັບປະຫວັດສາດ ແຫ່ງການສ້າງຕັ້ງ ແລະ ພັດທະນາຂອງ 54 ຊົນເຜົ່າ. ການອະນຸລັກຮັກສາ ແລະ ເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳດັ່ງກ່າວ ໄດ້ສ້າງເປັນ ຂີດໝາຍ ແລະ ຈຸດເດັ່ນໃນການພັດທະນາການທ່ອງທ່ຽວ. ນີ້ກໍ່ແມ່ນ ທິດທາງ ອັນຍາວນານ ໃນຍຸດທະສາດ ກໍານົດເຄື່ອງໝາຍການຄ້າ ທ້ອງຖິ່ນ ໃນແຜນທີ່ການ ທ່ອງທ່ຽວ ພາຍໃນ ແລະ ສາກົນ.

ວັນ​ທີ 5 ກຸມພາ​ 2023, ຢູ່​ກອງທານ ​ຕິ້ກດ່ຽນ, ​ເມືອງ ​ມິງນົງ, ນະຄອນ ​ຫວຽດ​ຈີ່ (ແຂວງ ຝູ໋​ເຖາະ) ​ໄດ້​ຈັດຂຶ້ນ​ງານ​ບຸນ​ ເຈົ້າຊີວິດ ຮຸ່ງ ສອນ​ໃຫ້​ປະຊາຊົນ​ປູກ​ເຂົ້າ, ​ເພື່ອ​ສະ​ແດງ​ຄວາມ​ຮູ້ບຸນຄຸນ ອັນໃຫຍ່ຫຼວງ​  ຂອງ​ບັນດາເຈົ້າຊີວິດ ຮຸ່ງ ໄດ້​ມີຄຸນງາມຄວາມດີ ໃນ​ການ​ເຜີຍ​ແຜ່​ອາຊີບກະ​ສິ​ກຳ​ ໃນ​ສະ​ໄໝ​ຕົ້ນ ​ສ້າງສາ​ປະ​ເທດ​ຊາດ. ນີ້​ກໍ​ແມ່ນ​ການ​ເຄື່ອນ​ໄຫວ​ເປີດ​ສາກ​ ໃຫ້​ແກ່​ບັນດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ມສະຫຼອງ ​ວັນ​ສັກກາລະບູຊາເຈົ້າຊີວິດ ​ຮຸ່ງ - ບຸນ​ວິຫານ​ຮຸ່ງ ປີ 2023. ພາບ: ​ຈຸງ​ກຽນ/VNA

ວັດທະນະທໍາ ສ້າງຄວາມແຕກຕ່າງ ລະຫວ່າງແຕ່ລະປະເທດ. ຄວາມ ຫຼາກຫຼາຍ, ຄວາມເປັນເອກະລັກ ແລະ ສະເພາະຂອງແຕ່ລະພື້ນຖານ ວັດທະນະທໍາ ແລະ ແຕ່ລະຈຸດໝາຍປາຍທາງ ແມ່ນປັດໄຈ ດຶງດູດ ນັກທ່ອງທ່ຽວເຂົ້າມາຄົ້ນພົບ ແລະ ສໍາຜັດ. ພັດທະນາການທ່ອງທ່ຽວ ຜ່ານການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ ບໍ່ພຽງແຕ່ດຶງດູດ ແລະ ຕອບສະໜອງ ຄວາມຕ້ອງການ ຂອງນັກທ່ອງ ທ່ຽວເທົ່ານັ້ນ, ແຕ່ຍັງປະກອບສ່ວນເຜີຍແຜ່ ບັນດາຄຸນຄ່າວັດທະນະ ທຳ ທີ່ເປັນເອກະລັກຂອງຊາດ ສູ່ເພື່ອນມິດສາກົນ ອີກດ້ວຍ.

ພັກ, ລັດ ຫວຽດນາມ ຍາມໃດກໍ່ກຳນົດ ແລະ ເນັ້ນໜັກເຖິງບົດບາດ ຂອງ ວັດທະນະທຳ ໃນການພັດທະນາການທ່ອງທ່ຽວ. ມະຕິເລກທີ 08-NQ/TW ລົງວັນທີ 16 ມັງກອນ 2017 ຂອງກົມການເມືອງ ວ່າ ດ້ວຍພັດທະນາການທ່ອງທ່ຽວ ໃຫ້ກາຍເປັນ ຂະແໜງເສດຖະກິດ ປາຍແຫຼມ ຕ້ອງສຸມໃສ່ ການອະນຸລັກຮັກສາ ແລະ ເສີມຂະຫຍາຍ ບັນດາມໍລະດົກວັດທະນະທຳ, ຄຸນຄ່າອັນດີງາມ ຂອງປະເທດຊາດ.

ຍຸດທະສາດພັດທະນາການທ່ອງທ່ຽວ ຫວຽດນາມ ເຖິງປີ 2030, ໂດຍ ນາຍົກລັດຖະມົນຕີ ຮັບຮອງເອົາ ມະຕິ 147/QD-TTg ລົງວັນທີ 22 ມັງກອນ 2020 ເນັ້ນໜັກວ່າ: “ພັດທະນາການທ່ອງທ່ຽວ ວັດທະນະທຳ ຕິດພັນ ການພັດທະນາ ການທ່ອງທ່ຽວ ກັບການ ອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າມໍລະດົກ ແລະ ສີສັນ   ວັດທະນະທຳ ຂອງຊາດ” ພ້ອມກັນນັ້ນ “ສຸມໃສ່ພັດທະນາ ບັນດາ ຜະລິດຕະພັນທ່ອງທ່ຽວ ວັດທະນະທຳ, ຕິດພັນກັບ ການອະນຸລັກ ຮັກສາ ແລະ ເສີມຂະຫຍາຍບັນດາ ຄຸນຄ່າ ວັດທະນະທຳ, ປະຫວັດສາດ, ຮີດຄອງປະເພນີ ຂອງຊາດ; ສຸມໃສ່ຂຸດຄົ້ນທ່າແຮງ ອາຫານການກິນ ທີ່ມີຄວາມຫຼາກຫຼາຍ ແລະ ເປັນເອກະລັກ ຂອງ ແຕ່ລະທ້ອງຖິ່ນ, ແຕ່ລະເຂດພາກ ເພື່ອສ້າງເປັນ ຜະລິດຕະພັນ ທ່ອງທ່ຽວ ທີ່ເປັນເອກະລັກ, ແຕກຕ່າງ ແລະ ມີທ່າໄດ້ປຽບ ໃນການ ແຂ່ງຂັນ, ປະກອບສ່ວນສ້າງເຄື່ອງໝາຍການຄ້າທ່ອງທ່ຽວ ຫວຽດນາມ ທີ່ພົ້ນເດັ່ນ”.

ຫວຽດນາມ ມີ 54 ຊົນເຜົ່າ, ສ້າງເປັນພື້ນຖານວັດທະນະທໍາ ທີ່ອຸດົມ ສົມບູນ, ມີສີສັນ. ນີ້ກໍແມ່ນແຫຼ່ງຊັບພະຍາກອນມະນຸດ ອັນໃຫຍ່ຫຼວງ ຂອງ ຫວຽດນາມ ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດ ທະນະທຳ ໃນການພັດທະນາການທ່ອງທ່ຽວ. ໃນນັ້ນ, ມໍລະດົກມີບົດ ບາດສຳຄັນໃນການພັດທະນາເສດຖະກິດ - ສັງຄົມ, ຊ່ວຍສ້າງ ແລະ ເສີມຂະຫຍາຍ ຊີວິດທາງດ້ານຈິດໃຈ ຂອງບັນດາເຜົ່າສ່ວນໜ້ອນ, ປະກອບສ່ວນເຂົ້າໃນກາານພັດທະນາລວມ ຂອງແຕ່ລະທ້ອງຖິ່ນ, ແຕ່ລະພາກພື້ນ ແລະ ປະເທດ; ເພີ່ມທະວີກຳລັງແຮງຂອງກຸ່ມກ້ອນ ມະຫາສາມັກຄີ ທົ່ວປວງຊົນ, ສ້າງກຳລັງແຮງໃຫ້ປະເທດຊາດ.


ໃນຈຳນວນ 15 ມໍລະດົກວັດທະນະທຳ ທີ່ເປັນນາມມະທຳຂອງ ຫວຽດນາມ ໄດ້ຮັບຮອງໂດຍ UNESCO, ມີມໍລະດົກ ຫຼາຍຢ່າງ ແມ່ນຂອງ ວົງຄະນາຍາດຊາວຊົນເຜົ່າສ່ວນໜ້ອຍ ເຊັ່ນ: ວັດທະນະທໍາ ຄ້ອງ ໄຕງວຽນ; ສິລະປະຂັບ ແທນ ຂອງ ຊາວເຜົ່າ ໄຕ່, ນຸ່ງ, ໄທ; ສິລະປະ ຟ້ອນແຊ່ວ ໄທ ແລະ ໃນມໍ່ໆ ນີີ້ແມ່ນສິລະປະເຮັດ ເຄື່ອງປັ້ນດິນເຜົາ ຂອງ ຊາວຊົນເຜົ່າ ຈຳ. 

ຢູ່ບັນດາເຂດຊົນເຜົ່າ ສ່ວນໜ້ອຍ, ຮູບແບບການທ່ອງທ່ຽວຊຸມຊົນ, homestay ໄດ້ ແລະ ກໍາລັງໄດ້ຮັບການລົງທຶນເພື່ອຕອບສະໜອງ ຄວາມຕ້ອງການ ຂອງນັກທ່ອງທ່ຽວ ຫຼາຍກວ່າເກົ່າ. ພົ້ນເດັ່ນແມ່ນ ທ່ອງທ່ຽວ ຊຸມຊົນຂອງຊາວເຜົ່າ ໄທ ຢູ່ບ້ານເມີ໋ນ (ແຂວງ ດ້ຽນບຽນ) ແລະ ບ້ານອ໋າງ (ແຂວງ ເຊີນລາ); ຊາວເຜົ່າ ຮ່າຍີ່ ຢູ່ຕາແສງ ອີ໋ຕີ໋ (ແຂວງ ລາວກາຍ); ຊາວເຜົ່າ ເມື່ອງ ຢູ່ບ້ານ ລາກ (ແຂວງ ຮວ່າບິ່ງ); ຊາວເຜົ່າ ມົ້ງ ຢູ່ບ້ານກາດກາດ (ແຂວງ ລາວກາຍ); ຊາວເຜົ່າ ຢ້າວ ຢູ່ ບ້ານ ນ້ຳດຳ (ແຂວງ ຮ່າຢາງ)… ລັດ ແລະ ອຳນາດການປົກຄອງ ທ້ອງຖິ່ນ ໄດ້ສ້າງແຫຼ່ງທ່ອງທ່ຽວ ແລະ ເສັ້ນທາງທ່ອງທ່ຽວ ຫຼາຍແຫ່ງ ຄື: ເສັ້ນທາງສາຍພູ ໄຕບັກ ເຊື່ອມຕໍ່ 6 ແຂວງ ຕາເວັນຕົກສ່ຽງເໜືອ; ເສັ້ນທາງທ່ອງທ່ຽວ ຊອກຮູ້ ວັດທະນະທຳຄ້ອງ ໄຕງວຽນ ແລະ ອື່ນໆ ... ເພື່ອຂຸດຄົ້ນ ແລະ ເສີມຂະຫຍາຍ ບັນດາຄຸນຄ່າວັດທະນະທຳ ທ້ອງ ຖິ່ນ ຂອງ ປະຊາຊົນ.


ເຖິງຢ່າງໃດກໍຕາມ, ວຽກງານຮັບປະກັນ ພັດທະນາການທ່ອງທ່ຽວ ໄປຄຽງຄູ່ກັບ ການອະນຸລັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ວັດທະນະ ທຳ ຕາມທິດຍືນຍົງ ກໍາລັງເປັນສິ່ງທ້າທາຍ. ພັດທະນາ ການທ່ອງທ່ຽວ ແບບຍືນຍົງ ຕ້ອງອີງໃສ່ບັນດາປັດໄຈ ກ່ຽວກັບ ແຫຼ່ງ ຊັບພະຍາກອນ, ວັດທະນະທຳ, ຈະຕ້ອງດຸ່ນດ່ຽງກັບ ມໍລະດົກ ແລະ ສອດຄ່ອງ ກັບການພັດທະນາຂອງສັງຄົມ.

ຕາມ​ຕົວ​ເລກ​ສະຖິຕິ, ປັດຈຸບັນ ຢູ່ ​ຫວຽດນາມ​ ມີບູຮານສະຖານປະ ຫວັດສາດ 40.000 ກວ່າ​ແຫ່ງ, ​ໃນ​ນັ້ນ​ມີຮ່ອງຮອຍປະຫວັດ ສາດຂັ້ນ ແຂວງ ກວ່າ 10.000 ​ແຫ່ງ, ຮ່ອງຮອຍປະຫວັດສາດແຫ່ງຊາດກວ່າ 3.610 ​ແຫ່ງ, ຮ່ອງຮອຍປະຫວັດສາດແຫ່ງຊາດພິເສດ128 ​ແຫ່ງ, ມໍລະດົກ​ວັດທະນະທຳ ແລະ ​ທຳ​ມະ​ຊາດໂລກ 8 ແຫ່ງ; ມໍລະດົກວັດ ທະນະທຳ ທີ່ເປັນນາມມະທຳ ໄດ້ຮັບການກວດກາ ປະມານ 70.000 ແຫ່ງ, ມໍລະດົກ 483 ແຫ່ງ ໄດ້ຖືກນຳເຂົ້າໃນບັນຊີລາຍຊື່ ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳແຫ່ງຊາດ ໂດຍລັດຖະມົນຕີ ກະ ຊວງ ວັດທະນະທຳ, ກິລາ ແລະ ທ່ອງທ່ຽວ, ໃນນັ້ນ ມີ 15 ມໍລະດົກ ວັດທະນະທຳ ທີ່ເປັນນາມມະທຳ ໄດ້ຮັບຮັບຮອງຈາກ ອົງການ UNESCO…

 ບົດ: VNP - ພາບ: VNP & VNA - ແປໂດຍ: ບິກລຽນ


top