ຕັ້ງຢູ່ພື້ນທີ່ຕາແສງ ໂກ່ອາມ, ເມືອງ ຫວິ໊ງບ໋າວ, ນະຄອນ ຫາຍ ຟ່ອງ, ວັດ ແມັດ ໄດ້ຮັບການກໍ່ສ້າງ ໃນສະຕະວັດທີ XVI ໂດຍນາຍພົນ ເຈິ່ນຄັກຈາງ. ວັດແຫ່ງນີ້ເຄີຍເປັນສະຖານທີ່ປະຕິບັດທຳຂອງ ພະສົງ ແລະ ພະລືສີ ທີ່ມີຊື່ສຽງຫຼາຍອົງ (ໃນນັ້ນມີ ຈໍ ຫງວນຈິ່ງ ຫງວຽນບິ່ງຄຽມ), ດັ່ງນັ້ນຈິ່ງຖືວ່າ ເປັນໂຮງຮຽນສາສະໜາພຸດ, ສູນກາງວັດທະນະທຳ ຂອງ ແຖບດິນ ໂກ່ອາມ.
ຕັ້ງຢູ່ພື້ນທີ່ຕາແສງ ໂກ່ອາມ, ເມືອງ ຫວິ໊ງບ໋າວ, ນະຄອນ ຫາຍ ຟ່ອງ, ວັດ ແມັດ ໄດ້ຮັບການກໍ່ສ້າງ ໃນສະຕະວັດທີ XVI ໂດຍນາຍພົນ ເຈິ່ນຄັກຈາງ. ວັດແຫ່ງນີ້ເຄີຍເປັນສະຖານທີ່ປະຕິບັດທຳຂອງ ພະສົງ ແລະ ພະລືສີ ທີ່ມີຊື່ສຽງຫຼາຍອົງ (ໃນນັ້ນມີ ຈໍ ຫງວນຈິ່ງ ຫງວຽນບິ່ງຄຽມ), ດັ່ງນັ້ນຈິ່ງຖືວ່າ ເປັນໂຮງຮຽນສາສະໜາພຸດ, ສູນກາງວັດທະນະທຳ ຂອງ ແຖບດິນ ໂກ່ອາມ.
ວັດ ແມັດ ໄດ້ຖືກຈັດອັນດັບໃຫ້ເປັນ ບູຮານສະຖານປະຫວັດສາດ ແລະ ວັດທະນະທຳ ແຫ່ງຊາດ ແຕ່ປີ 1998. ພາບ: ກົງດາດ/VNP
ຜ່ານການຜັນແປປ່ຽນແປງຫຼາຍຢ່າງ ຂອງ ປະຫວັດສາດ ກັບການສ້ອມແປງ, ປະຕິສັງຂອນຫຼາຍຄັ້ງ, ແຕ່ວັດ ແມັດ ຍັງຄົງຮັກສາໄວ້ໄດ້ສະຖາປັດຕະຍະກຳ ທີ່ເປັນເອກະລັກ, ເກົ່າແກ່, ງຽບຂຶມ ແລະ ຄຸນຄ່າ ທາງວັດທະນະທຳ ພື້ນເມືອງ. ສະຖາປັດຕະຍະກຳພື້ນເມືອງ ຂອງ ຫວຽດນາມ ໄດ້ສະແດງອອກຜ່ານກິດຈະການຕ່າງໆ ຂອງວັດ ແມັດ ເປັນຕົ້ນຄື: ປະຕູໂຂງ ມີທາງເຂົ້າ 3 ທາງ ເຊິ່ງເປັນຈຸດເດັ່ນທຳອິດ ເມື່ອກ້າວເຂົ້າສູ່ວັດ, ປະຕູໂຂງ ມີສະຖາ ປັດຕະຍະກຳ ທີ່ເກົ່າແກ່ ດ້ວຍລວດລາຍທີ່ປານີດ. ຕໍ່ໄປແມ່ນພື້ນທີ່ຫ້ອງທຳມະສະພາ ຊຶ່ງເປັນສະຖານທີ່ບູຊາພະພຸດທະເຈົ້າ, ມີຮູບປັ້ນພະພຸດທະເຈົ້າ ເຮັດດ້ວຍໄມ້ທີ່ມີຄ່າ, ຖືກແກະສະຫຼັກຢ່າງປາ ນີດແນບນຽນ. ບໍລິເວນຫ້ອງບູຊາບັນພະບຸລຸດ ຜູ້ມີຄຸນງາມຄວາມ ດີ ໃນການກໍ່ສ້າງ ແລະ ພັດທະນາວັດ. ນອກຈາກນັ້ນ, ພາຍໃນວັດ ຍັງມີສາລາໄວ້ ໃຫ້ແຂກຄົນຈາກທົ່ວທຸກສາລະທິດ ທີ່ມາໄຫວ້ບູຊາພະພຸດທະເຈົ້າ, ມີໜອງບົວ ທີ່ສ້າງຄວາມບໍລິສຸດ ແລະ ງຽບສະຫງົບ ໃຫ້ແກ່ວັດ.
ທັດສະນີຍະພາບ ຂອງ ວັດ ແມັດ ເບິ່ງຈາກມຸມສູງ. ພາບ: ເອກະສານ
ດ້ານໜ້າ ຂອງ ຫ້ອງທຳມະສະພາ ໃນວັດ ແມັດ.
ສິ່ງໜຶ່ງທີ່ເຮັດໃຫ້ວັດ ແມັດ ມີຄວາມເປັນພິເສດຄື ສາຍສຳພັນກັບ ຈໍຫງວນ ຈິ່ງ ຫງວຽນບິ່ງຄຽມ. ຕາມບັນທຶກປະຫວັດສາດ, ຫງວຽນບິ່ງຄຽມ ເສັງໄດ້ຈໍຫງວນ. ໄດ້ເປັນພະຍາ ເຖິງ 7 ປີ, ເພິ່ນຍື່ນສານ ກ່າວປະນາມໂທດ ເສນາອາມາດ 18 ຄົນ ທ່ີສໍ້ລາດບັງຫຼວງ ແຕ່ບໍ່ໄດ້ຮັບຟັງ ຈາກຂັ້ນເທິງ ເພິ່ນຈຶ່ງຂໍສະລະຕຳແໜ່ງ ແລ້ວ ກັບຄືນບ້ານເກີດ ໃຊ້ຊີວິດແບບງຽບໆ. ເພິ່ນໄດ້ສ້າງ ສໍານັກສົງ ຕັ້ງຊື່ວ່າ ແບັກເວິນ ແລະ ເປີດຫ້ອງຮຽນຢູ່ວັດ ແມັດ. ຫງວຽນບິ່ງຄຽມ ໄດ້ສອນລູກສິດ ຫຼາຍຄົນໃຫ້ກາຍເປັນຜູ້ມີຄຸນສົມບັດ ແລະ ມີຄວາມສາມາດເຊັ່ນ: ຫງວຽນຢື໊, ລາຊະມົນຕີ ຍຸຕິທໍາ ເລເລືອງຫື້ວແຄ໋ງ, ຈໍຫງວນ ບຸ່ງ ຟຸ່ງຄັກຄວານ...
ພາບລວມ ຂອງ ຫ້ອງທຳມະສະພາໃນວັດ ແມັດ. ພາບ: ກົງດາດ/VNP
ວັດ ແມັດ ບໍ່ພຽງແຕ່ເປັນກິດຈະກຳ ສະຖາປັດຕະຍະກຳ ທີ່ເປັນເອກະລັກເທົ່ານັ້ນ, ແຕ່ຍັງເປັນບ່ອນອະນຸລັກຮັກສາ ຄຸນຄ່າທາງດ້ານວັດທະນະທຳ, ຈິດວິນຍານ ຢ່າງເລິກເຊິ່ງ. ວັດໄດ້ກາຍເປັນສ່ວນໜຶ່ງທີ່ຂາດບໍ່ໄດ້ ໃນຊີວິດທາງດ້ານຈິດໃຈ ຂອງ ຊາວທ້ອງຖິ່ນ. ໃນແຕ່ລະປີ, ວັດ ແມັດ ໄດ້ຈັດຕັ້ງ ງານບຸນປະເພນີ ຫຼາຍຢ່າງເຊັ່ນ: ວັນບຸນວິສາຂະບູຊາ, ບຸນ ວູລານ... ຊຶ່ງໄດ້ດຶງດູດມວນຊົນ ເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ.
ພິທີຕ່າງໆ ມັກຖືກຈັດຂຶ້ນຢູ່ວັດ ແມັດ. ພາບ: ເອກະສານ
ປັດຈຸບັນ, ວັດ ແມັດ ບໍ່ພຽງແຕ່ເປັນສະຖານທີ່ທາງຈິດວິນຍານເທົ່ານັ້ນ, ແຕ່ຍັງເປັນສະຖານທີ່ທ່ອງທ່ຽວ ທີ່ໜ້າສົນໃຈອີກດ້ວຍ. ແຕ່ລະປີ, ມີນັກທ່ອງທ່ຽວ ເປັນຈຳນວນຫຼວງຫຼາຍ ໄດ້ມາຢ້ຽມຢາມ ແລະ ຊອກຮູ້ປະຫວັດສາດ ແລະ ວັດທະນະທຳ ຂອງ ວັດ. ການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າ ຂອງ ວັດ ແມັດແມ່ນວຽກງານທີ່ສຳຄັນ ຂອງ ຊຸມຊົນ.
ວັດ ແມັດ ໄດ້ຈັດຕັ້ງ ບຸນໄຫວ້ພະຈັນ ຢູ່ແຖບດິນ ຈໍຫງວນ ແລະ ມອບຂອງຂວັນ ໃຫ້ນັກຮຽນຢູ່ໃນພື້ນທີ່. ພາບ: ເອກະສານ
ວັດ ແມັດ ແມ່ນສັນຍາລັກ ວັດທະນະທໍາ ຂອງແຜ່ນດິນ ໂກ່ອາມ, ບໍ່ພຽງແຕ່ມີຄຸນຄ່າທາງດ້ານປະຫວັດສາດ ແລະ ສະຖາປັດຕະຍະກຳ ເທົ່ານັ້ນ, ແຕ່ຍັງເປັນບ່ອນຮັກສາຄຸນຄ່າທາງດ້ານຈິດໃຈ ອັນເລິກເຊິ່ງ ຂອງປະຊາຊົນທ້ອງຖິ່ນ ອີກດ້ວຍ. ການປົກປັກຮັກສາ ແລະ ເສີມຂະຫຍາຍຄຸນຄ່າວັດທະນະທຳ ຂອງ ວັດ ແມັດ ແມ່ນໜ້າທີ່ສຳຄັນ, ປະກອບສ່ວນອະນຸລັກຮັກສາ ແລະ ພັດທະນາມໍລະດົກ ວັດທະນະທຳຂອງຊາດ.
ປະຕິບັດໂດຍ: ກົງດາດ - ແປໂດຍ: ບິກລຽນ