ພາຍຫຼັງ 70 ປີແຫ່ງການຄົງຕົວໃນ ຊາກສະຫຼັກຫັກພັງ, ໃນລະດູບານ ໃໝ່ ປີ 2024, ວັງ ກ໋ຽນຈູງ, ໜຶ່ງໃນ 5 ກິດຈະການ ສະຖາປັດຕະຍະ ກຳ ຂະໜາດໃຫຍ່ ທີ່ຕັ້ງ ຢູ່ເທິງແກນ ຊິນໂຕ (Shinto) ໃນ ຕື໊ເກີ໋ມ ແທ່ງ (ພາຍໃນ ວັງຕ້ອງຫ້າມ) ເຫວ້ ໄດ້ ກັບຄືນມາ ວາດຊົງທີ່ໃຫຍ່ໂຕ ແລະ ສວຍງົດງາມ ຄືໃນສະໄໝກ່ອນ ເພື່ອສືບຕໍ່ເລົ່າເລື່ອງທີ່ໜ້າສົນ ໃຈ ກ່ຽວກັບຊີວິດຢູ່ ວັງໃນ ສະໄໝ ລາຊະວົງ ຫງວຽນ ແລະ ບັນດາ ເຫດການ ທີ່ເປັນຂີດໝາຍ ປະຫວັດສາດ ຂອງປະເທດ.
ທັດສະນີຍະພາບອັນງົດງາມ ຂອງ ວັງ ກ໋ຽນຈຸງ ເບິ່ງຈາກທິດໃຕ້ ຂອງ ພະລາຊະວັງ ເຫວ້. ພາບ: ແທງຮ່ວາ/VNP
ພາຍຫຼັງ 70 ປີແຫ່ງການຄົງຕົວໃນ ຊາກສະຫຼັກຫັກພັງ, ໃນລະດູບານ ໃໝ່ ປີ 2024, ວັງ ກ໋ຽນຈູງ, ໜຶ່ງໃນ 5 ກິດຈະການ ສະຖາປັດຕະຍະ ກຳ ຂະໜາດໃຫຍ່ ທີ່ຕັ້ງ ຢູ່ເທິງແກນ ຊິນໂຕ (Shinto) ໃນ ຕື໊ເກີ໋ມ ແທ່ງ (ພາຍໃນ ວັງຕ້ອງຫ້າມ) ເຫວ້ ໄດ້ ກັບຄືນມາ ວາດຊົງທີ່ໃຫຍ່ໂຕ ແລະ ສວຍງົດງາມ ຄືໃນສະໄໝກ່ອນ ເພື່ອສືບຕໍ່ເລົ່າເລື່ອງທີ່ໜ້າສົນ ໃຈ ກ່ຽວກັບຊີວິດຢູ່ ວັງໃນ ສະໄໝ ລາຊະວົງ ຫງວຽນ ແລະ ບັນດາ ເຫດການ ທີ່ເປັນຂີດໝາຍ ປະຫວັດສາດ ຂອງປະເທດ.
ຄວາມງາມ ແບບຫຼູຫຼາຂອງ ວັງ ກ໋ຽນຈຸງ. ພາບ: ແທງຮ່ວາ/VNP
ວັງ ກ໋ຽນຈຸງ ບໍ່ພຽງແຕ່ແມ່ນກິດຈະກຳ ສະຖາປັດຕະຍະກຳ ທີ່ໃຫຍ່ໂຕ ແລະ ມີຄວາມໝາຍສຳຄັນ ໃນ ຕື໊ເກີ໋ມແທ່ງ ເຫວ້ ເທົ່ານັ້ນ, ແຕ່ມັນ ຍັງຕິດພັນກັບ ຂີດໝາຍ ປະຫວັດສາດ ຫຼາຍຢ່າງ ຂອງປະເທດຊາດ ອີກດ້ວຍ. ນີ້ແມ່ນບ່ອນເຮັດວຽກ ແລະ ດຳລົງຊີວິດ ຂອງສອງກະສັດ ອົງສຸດທ້າຍ ຂອງລາຊະວົງ ຫງວຽນ ຄື ກະສັດ ຂາຍດິ້ງ ແລະ ເຈົ້າ ຊີວິດ ບ໊າວດ້າຍ. ວັງ ກ໋ຽນຈຸງ ຍັງເປັນທີ່ຮັບຮູ້ວ່າ ແມ່ນບ່ອນກະສັດ ຂາຍດິ້ງ ສະຫວັນ ນະຄົດ (ວັນທີ 6 ພະຈິກ 1925), ມະເຫສີ ນາມເຟືອງ ຂອງ ກະສັດ ບ໊າວດ້າຍ ປະສູດ ມົງກຸດ ລາຊະກຸມມານ ເມື່ອ ວັນທີ 4 ມັງກອນ 1936. ພິເສດ ນະແຫ່ງນີ້ ຍັງແມ່ນບ່ອນ ສັກຂີພິຍານ ເຫດການໜຶ່ງ ທີ່ມີລັກສະນະປະຫວັດສາດ. ນັ້ນຄື ວັນທີ 29 ສິງຫາ 1945, ຢູ່ທີ່ນີ້, ກະສັດ ບ໊າວດ້າຍ ໄດ້ມີການພົບປະ ກັບ ຄະນະຜູ້ແທນລັດຖະບານ ຊົ່ວຄາວ ແຫ່ງຊາດ ຫວຽດນາມ ສາທາລະນະລັດ ປະຊາທິປະໄຕ ເພື່ອປຶກສາຫາລື ກ່ຽວກັບເນື້ອໃນ ຂອງ ບົດປະກາດ ສະລະ ລາຊະ ບັນລັງ ທີ່ກະສັດ ບ໊າວດ້າຍ ໄດ້ອ່ານ ໃນຕອນບ່າຍ ວັນທີ 30 ສິງຫາ 1945 ຢູ່ຕໍ່ໜ້າ ຊາວເຫວ້ ນັບຫຼາຍໝື່ນຄົນ, ສິ້ນສຸດ ລະບອບ ສັກດິນາ ທີ່ໄດ້ຄົງຕົວມາເປັນຫຼາຍພັນປີ, ເປີດສັງກາດໃໝ່ແຫ່ງເອກະລາດ, ອິດສະລະພາບ ຢູ່ຕໍ່ໜ້າບັນຍາກາດ ແລະ ຈິດໃຈ ໄຊຊະນະ ທີ່ສະຫງ່າອົງອາດ ຂອງ ການປະຕິວັດເດືອນ ສິງຫາ ເພື່ອຍາດເອົາ ອົງການປົກຄອງ ກັບຄືນສູ່ ປະຊາຊົນ. ແຕ່ໜ້າເສຍດາຍ, ພຽງແຕ່ 24 ປີຕໍ່ມາ ຄື ໃນປີ 1947, ເນື່ອງຈາກສົງຄາມ, ກິດຈະກຳນີ້ ໄດ້ຖືກ ທໍາລາຍ ເກືອບທັງໝົດ, ເຫຼືອໄວ້ພຽງແຕ່ ສ່ວນພື້ນ ເທົ່ານັ້ນ.
ສວນດອກໄມ້ ຕື໊ເກີ໋ມແທ່ງ (ພາຍໃນວັງຕ້ອງຫ້າມ) ເບິ່ງຈາກ ລະບຽງ ຊັ້ນສອງ ຂອງ ວັງ ກ໋ຽນຈຸງ. ພາບ: ແທງຮ່ວາ/VNP
ປະຫວັດແຫ່ງການສ້າງຕັ້ງ ວັງ ກ໋ຽນຈຸງ ໄດ້ຜ່ານຫຼາຍໄລຍະ. ໃນເບື້ອງຕົ້ນ, ຢູ່ທີ່ນີ້ ມີສອງກິດຈະການ, ນັ້ນແມ່ນຫໍ ມິງວ໊ຽນ, ຕໍ່ຈາກນັ້ນ ແມ່ນ ຫໍ ຢູກື໊ວ. ຫໍ ມິງວ໊ຽນ ໄດ້ຮັບການກໍ່ສ້າງໃນປີ 1827 ພາຍໃຕ້ການປົກຄອງ ຂອງ ກະສັດ ມິງມ້າງ. ນີ້ແມ່ນອາຄານໄມ້ ໃຫຍ່ພໍສົມຄວນ, ລວມມີ 3 ຊັ້ນ, ສູງ 15,80 ມ, ເປັນບ່ອນ ສະຫງວນໃຫ້ ກະສັດ ຂຶ້ນ ຊົມທິວທັດ ແລະ ຕາກອາກາດ. ໃນສະໄໝລາດຊະວົງ ຖ້ຽວຈີ້, ກະສັດ ໄດ້ໃຫ້ປະຕິສັງຂອນ ຫໍ ມິງວ໊ຽນ ແລະ ວາງຫີນ ມິນເຈົາ (ຫີນ ທີ່ ມີຄ່າຫາຍາກ, ສາມາດ ກະຈາຍແສງ ໃນຕອນກາງຄືນ). ຫໍ ມິງວ໊ຽນ ໄດ້ຈັດອັນດັບໜຶ່ງ ໃນ 20 ສະຖານທີ່ ທີ່ສວຍງາມ ຂອງ ເຫວ້ ໂດຍກະສັດ ຖ້ຽວຈີ້. ເຖິງຢ່າງໃດກໍຕາມ, ກິດຈະການສະຖາປັດຕະຍະກຳນີ້ ຖືກມ້າງທຳລາຍ ໃນສະໄໝກະສັດ ຕື້ດຶກ. ຮອດປີ 1913, ກະສັດ ຢຸຍເຕິນ ໄດ້ໃຫ້ກໍ່ສ້າງ ອາຄານຫຼັງໜຶ່ງ ດ້ວຍຮູບແບບໃໝ່ ຢູ່ເທິງພື້ນເກົ່າ ແລະ ໄດ້ຕັ້ງຊື່ໃຫ້ວ່າ ຫໍ ຢູກືວ.
ຄວາມງາມທີ່ເປັນເອກະລັກສະເພາະ ຂອງ ວັງ ກ໋ຽນຈຸງ ໄດ້ດຶງດູດຄວາມສົນໃຈເປັນພິເສດ ຈາກນັກທ່ອງທ່ຽວ ທັງພາຍໃນ ແລະ ຕ່າງ ປະເທດ. ພາບ: ແທງຮ່ວາ/VNP
ພາຍຫຼັງຂຶ້ນຄອງລາດ ໃນປີ 1916, ກະສັດ ຂາຍດິ້ງ ໄດ້ປ່ຽນຊື່ຫໍ ຢູ ກື໊ວ ເປັນຫໍ ກ໋ຽນຈຸງ, ແຕ່ຫຼັງຈາກນັ້ນ (ແຕ່ປີ 1921-1923) ກະສັດ ໄດ້ໃຫ້ ກໍ່ສ້າງຫໍ ກ໋ຽນຈຸງ ທັງໝົດຄືນໃໝ່ ດ້ວຍຮູບແບບ ປະສານກັນ ລະຫວ່າງ ສະຖາປັດຕະຍະກຳ ຂອງ ຝຣັ່ງ, ສະຖາປັດຕະຍະກຳ ຍຸກຟື້ນຟູ ສິນລະປະ ວິທະຍາ ຂອງ ອີຕາລີ ແລະ ສະຖາປັດຕະຍະກຳ ທີ່ສືບທອດມາແຕ່ບູຮານນະການ ຂອງ ຫວຽດນາມ. ກິດຈະການ ວັງ ກ໋ຽນຈຸງ ແຫ່ງໃໝ່ນີ້ ທັງໝົດ ໄດ້ຮັບການກໍ່ສ້າງ ໂດຍກະສັດ ຂາຍດິ້ງ ດ້ວຍເຕັກນິກ ທີ່ທັນສະໄໝ ແລະ ດ້ວຍວັດສະດຸ ທ່ີທົນທານຄື: ຊີມັງ, ເສດເຄື່ອງປັ້ນດິນເຜົາ, ແກ້ວ... ເພາະສະນັ້ນ, ກິດຈະກຳດັ່ງກ່າວ ຈຶ່ງມີເຄື່ອງໃຊ້ທັນສະໄໝ ຫຼາຍຢ່າງເຊັ່ນ: ໄຟຟ້າ, ນໍ້າປະປາ, ນໍ້າພຸ, ເສົາກັນຟ້າຜ່າ, ປະຕູເຫຼັກ...
ການປະສົມກົມກຽວ ຂອງ ສອງແນວໂນ້ມ ສະຖາປັດຕະຍະກໍາ ອາຊີ-ເອີຣົບ ຂອງ ວັງ ກ໋ຽນຈຸງ. ພາບ: ແທງຮ່ວາ/VNP
ພາຍຫຼັງກະສັດ ຂາຍດິ້ງ ໄດ້ສະຫວັນນະຄົດ, ກະສັດ ບ໊າວດ້າຍ ໄດ້ ໃຫ້ສ້ອມແປງພະລາຊະວັງ ຄືນໃໝ່ ແລະ ຕິດຕັ້ງເຄື່ອງໃຊ້ ຂອງ ຕາ ເວັນຕົກ ຕື່ມອີກ. ນັບແຕ່ນັ້ນມາ, ວັງ ກ໋ຽນຈຸງ ໄດ້ກາຍເປັນບ່ອນຢູ່ອາ ໄສລວມ ຂອງ ບັນດາສະມາຊິກ ໃນຄອບຄົວກະສັດ, ໃນນັ້ນມີ: ເຈົ້າ ຊີວິດ ບ໊າວດ້າຍ, ມະເຫສີ ນາມເຟືອງ, ລາຊະກຸມມານ ບ໊າວລອງ, ລາຊະທິດາ ເຟືອງມາຍ, ເຟືອງລຽນ, ເຟືອງຢຸງ ແລະ ລາຊະກຸມມານ ບ໊າວທັງ.
ພື້ນທ່ີຕົກແຕ່ງ ຢ່າງປະທັບໃຈ ພາຍໃນ ວັງ ກ໋ຽນຈຸງ. ພາບ: ແທງ ຮ່ວາ/VNP
ພາຍຫຼັງ 72 ປີ ແຫ່ງການຊຸດໂຊມ, ຮົກເຮື້ອ ເພພັງ, ໃນປີ 2019, ສູນ ອະນຸລັກຮັກສາ ຮ່ອງຮອຍກຸງເກົ່າ ເຫວ້ ໄດ້ເລີ່ມດຳເນີນໂຄງການປະ ຕິສັງຂອນ ພະລາຊະວັງ ກ໋ຽນຈຸງ ດ້ວຍງົບປະມານກວ່າ 123 ຕື້ ດົ່ງ. ໂຄງການດັ່ງກ່າວ ໄດ້ດໍາເນີນປະຕິບັດ ໃນເນື້ອທີ່ກວ່າ 3.800 ມ2. ບັນດາໜ່ວຍງານກໍ່ສ້າງ ໄດ້ຮັກສາ ໂຄງສ້າງພື້ນໄວ້, ຈຳກັດການແຊກ ແຊງ ປັດໄຈເດີມຂອງ ອະນຸສອນສະຖານ. ໂຄງການດັ່ງກ່າວລວມມີ ລາຍການຕ່າງໆ ເຊັ່ນ: ບູລະນະສ້ອມແປງອາຄານຫຼັກ ຂອງ ວັງ ກ໋ຽນ ຈຸງ ລວມ 2 ຊັ້ນ, ສູງປະມານ 14 ມ, ເນື້ອທີ່ກໍ່ສ້າງປະມານ 975 ມ2; ເສີມສ້າງ, ຟື້ນຟູ ລະບົບກຳແພງອ້ອມຮອບ, ລະບຽງ, ເດີ່ນທາງໜ້າ ແລະ ທາງຫຼັງ, ຂັ້ນຕ່າງໆ... ນອກນີ້, ໂຄງການຍັງໄດ້ໃຫ້ການ ປະຕິ ສັງຂອນ ບັນດາກິດຈະກຳຂະໜາດນ້ອຍ ຢູ່ອ້ອມຂ້າງເຊັ່ນ: ຖານຮອງ ດິນຈີ່, ນໍ້າພຸ, ປືນໃຫຍ່, ເຮືອນຍາມ, ລະບົບຕົ້ນໄມ້ສີຂຽວ, ອະຍຸລັກ ຮັກສາພື້ນ ຫໍ ດົງກຸງ (ທາງທິດຕາເວັນອອກ), ງື້ທືຟ່ອງ (ຫ້ອງອ່ານ ປຶ້ມ), ຫວໍໂຮ້ຢ໋າຟ່ອງ (ບ່ອນຢູ່ຂອງອົງຄະລັກກະສັດ) ແລະ ງື້ເຟຟ່ອງ (ຫ້ອງເຮັດວຽກຂອງກະສັດ)...
ຄວາມປະທັບໃຈ ໃນສິລະປະແກະສະຫຼັກ ເຄື່ອງປັ້ນດິນເຜົາ ຂອງ ວັງ ກ໋ຽນຈຸງ. ພາບ: ແທງຮ່ວາ/VNP
ຫຼັງຈາກການບູລະນະ ແລະ ປະຕິສັງຂອນ ເປັນເວລາ 5 ປີ, ອະນຸ ສອນສະຖານ ວັງ ກ໋ຽນຈຸງ ໄດ້ສຳເລັດ ແລະ ເປີດນຳໃຊ້ ຢ່າງເປັນ ທາງການ, ໂດຍເປີດໃຫ້ຜູ້ຄົນ ແລະ ນັກທ່ອງທ່ຽວ ໄດ້ເຂົ້າຊົມແຕ່ຕົ້ນປີ 2024. ຕາມບັນດານັກຊ່ຽວຊານ, ນອກຈາກບັນດາຄຸນຄ່າ ດ້ານປະຫວັດສາດ, ວັງ ກ໋ຽນຈຸງ ຍັງມີຄຸນຄ່າຢ່າງໃຫຍ່ຫຼວງ ທາງດ້ານສະຖາປັດຕະຍະກຳ ແລະ ສິລະປະ ເພາະມັນມີ ຄຸນລັກສະນະ ຂອງ ຕຶກອາຄານ ແບບ ອິນດູຈີນ ຢ່າງຄົບຖ້ວນ, ພິເສດ ແມ່ນສິລະປະ ສະຫຼັກ ເຄື່ອງປັ້ນດິນເຜົາ ທີ່ີມີສັນຍາລັກພິເສດ ຊຶຶ່ງສ້າງຮູບ ທີ່ເປັນຕົວແທນ ຂອງສະຖາປັດຕະຍະກຳ ສະໄໝ ລາຊະວົງ ຫງວຽນ.